- ສູດໜ້າໃສຫລຸດສິວ: ໝາກນາວກັບດິນສໍພອງ ນຳມາຄົນໃຫ້ເຂົ້າກັນຈົນຂຸ້ນ ພອກໜ້າໄວ້ 10-15 ນາທີແລ້ວລ້າງອອກ ເຮັດກ່ອນນອນ 3-4 ເທື່ອຕໍ່ອາທິດ ໜ້າຈະຂາວໃສ.
- ສູດໜ້າອ່ອນ: ໝາກນາວກັບນ້ຳເຜິ້ງ ນຳມາປະສົມກັນແລ້ວທາໃຫ້ທົ່ວໃບໜ້າຖິ້ມໄວ້ປະມານ 15-20 ນາທີແລ້ວລ້າງອອກ ເຮັດອາທິດລະ 1 ເທື່ອ ຈະຮູ້ສຶກໄດ້ວ່າໜ້າອ່ອນ ແລະ ນຸ້ມຫລາຍ.
- ສູດກະຊັບຮູຂຸມຂົນ: ໝາກນາວກັບນ້ຳອຸ່ນ ແລະ ນ້ຳເຢັນ ເລີ່ມຈາກທານ້ຳໝາກນາວໃຫ້ທົ່ວໃບໜ້າປະໄວ້ 15 ນາທີ ແລ້ວລ້າງອອກດ້ວຍນ້ຳອຸ່ນ ແລະ ໃຊ້ນ້ຳເຢັນລ້າງໜ້າອີກ.
- ສູດມືນຸ້ມ: ນ້ຳໝາກນາວ ແລະ ນ້ຳຕານ ນຳມາປະສົມກັນ ແລະ ນຳມາຖູມື 10-15 ນາທີ ລ້າງອອກດ້ວຍນ້ຳອຸ່ນກັບສະບູ ເຊັດໃຫ້ແຫ້ງ ແລະ ທາດ້ວຍໂລຊັນ.
- ສູດຫລຸດຮອຍຕີນກາ: ນ້ຳໝາກນາວ, ນ້ຳເຜິ້ງ, ແປ້ງໝີ່ ແລະ ໄຂ່ແດງ ນຳສ່ວນປະສົມທັງໝົດຄົນໃຫ້ເຂົ້າກັນ ແລ້ວພອກໜ້າໄວ້ 15 ນາທີ ລ້າງອອກດ້ວຍນ້ຳອຸ່ນ ເຮັດອາທິດລະ 1-2 ຄັ້ງ.
- ສູດແກ້ແຂນສອກຫົວເຂົ່າດຳດ້ານ: ໃຊ້ເປືອກໝາກນາວທີ່ບີບນ້ຳອອກໝົດແລ້ວ ນຳມາຂັດຖູໆຜິວສ່ວນທີ່ດ້ານ ຫລື ແຕກ ເຮັດເປັນປະຈຳຈະເຮັດໃຫ້ຜິວສ່ວນທີ່ດຳດ້ານດີຂຶ້ນ.