ເມື່ອເອີ່ຍເຖິງ “ໝາກໝາກແຄ້ງ” ເຊື່ອວ່າຫຼາຍຄົນຄົງຈະຮູ້ຈັກ ແລະ ຄຸ້ນເຄີຍກັນເປັນຢ່າງດີ ເພາະເປັນພືດຜັກທີ່ຄົນສ່ວນໃຫຍ່ນິຍົມຮັບປະທານ ແລະ ນິຍົມປູກເປັນຜັກສວນຄົວຫຼັງບ້ານ ເຊິ່ງໃນມື້ນີ້ ຈະມານຳສະເໜີເຕັກນິກການປູກໝາກແຄ້ງແບບງ່າຍໆ ແຕ່ມີໝາກດົກດັ່ງນີ້:
ການປູກໝາກແຄ້ງສາມາດປູກໄດ້ຫຼາຍວິທີ ສ່ວນໄລຍະຫ່າງ ຫຼື ໄລຍະການປູກລະຫວ່າງຕົ້ນ ຕ້ອງປູກໃຫ້ຫ່າງກັນປະມານ 2-3 ແມັດ ເຊິ່ງເປັນໄລຍະທີ່ເໝາະສົມຕໍ່ການຈະເລີນເຕີບໂຕເຕັມທີຂອງໝາກແຄ້ງ.
ວິທີການປູກໝາກໝາກແຄ້ງໄດ້ຮັບຜົນ: ເລີ່ມຂັ້ນຕອນໃນການຍ້າຍເບ້ຍໝາກແຄ້ງທີ່ເພາະໄວ້ ໂດຍໃຫ້ເລືອກຕົ້ນສົມບູນ ແລະ ມີໃບ 3-4 ໃບ ແລະ ມີຄວາມສູງປະມານ 7-10 ຊັງຕີແມັດ. ຈາກນັ້ນ ໃຫ້ຍ້າຍເບ້ຍໄປປູກບ່ອນທີ່ກຽມໄວ້ ໃນໄລຍະທຳອິດໃຫ້ຫົດນ້ຳສະໝ່ຳສະເໝີທຸກໆເຊົ້າ-ແລງ.
ເມື່ອປູກແລ້ວປະມານ 7 ວັນໃຫ້ໃສ່ປຸ໋ຍບຳລຸງ ຫຼັງຈາກນັ້ນໃຫ້ໃສ່ໃນທຸກໆ 15 ວັນ; ເມື່ອອາຍຸຄົບ 60 ວັນ ໝາກແຄ້ງຈະເລີ່ມອອກຜົນຜະລິດມາໃຫ້ເຫັນ ກໍສາມາດເກັບຜົນຜະລິດໄປຂາຍ ຫຼື ບໍລິໂພກໄດ້.
ຫຼັງຈາກເກັບຜົນຜະລິດໄປແລ້ວປະມານ 60 ວັນ ໃຫ້ເລີ່ມແຕ່ງກິ່ງບ່ອນທີ່ເຄີຍເກັບຜົນຜະລິດ ເພື່ອໃຫ້ມີຍອດໃໝ່ມາແທນທີ່ຈະໃຫ້ຜົນຜະລິດລຸ້ນໃໝ່ໄດ້ອີກຕໍ່ໄປ.