ການກຽມດິນ: ຫລັງຈາກໄຖ ແລະ ຄາດດິນສຳເລັດແລ້ວ ໃຫ້ຂຸດເປັນໝານປູກໃຫ້ເລິກປະມານ 25-30 ຊມ (ຫວ່ານປູນຂາວຖ້າເຫັນວ່າດິນເປັນກົດ) ຮອງພື້ນດ້ວຍຝຸ່ນຄອກ ຫລື ຝຸ່ນບົ່ມ ໃນອັດຕາ 0,5-1 ກລ/ມ2 ແລະ ປຸ໋ຍເຄມີສູດ 15-15-15 ຫລື 13-13-21 ໃນອັດຕາ 25 ກລ/ໄລ່ ປະສົມຝຸ່ນໃຫ້ເຂົ້າກັບດິນແລ້ວຍົກເປັນໜານປູກໃຫ້ກວ້າງປະມານ 100-100 ຊຕມ ແລະ ໃຫ້ມີທາງ ຫລື ຮ່ອງສຳລັບລະບາຍນ້ຳ ກວ້າງປະມານ 50 ຊຕມ.
ການປູກ: ປູກແບບເປັນແຖວຕາມໜານ ໄລຍະຫ່າງລະຫວ່າງແຖວ 75-80 ຊຕມ ໄລຍະຫ່າງລະຫວ່າງຕົ້ນ 30-40 ຊຕມ ໂດຍຢອດ 2-3 ເມັດ/ຂຸມ, ກ່ອນຢອດເມັດຄວນແຊ່ນ້ຳທີ່ມີສານເຄມີປ້ອງກັນພະຍາດຣານ້ຳຄ້າງເຊັ່ນ: ຣິໂດມິນເອັມແຊດ ປະມານ 3-4 ຊົ່ວໂມງ ກ່ອນປູກ ເພື່ອໃຫ້ເມັດດູດນ້ຳຈົນຕຶ່ງ ຈະຊ່ວຍປ້ອງກັນການເຂົ້າທຳລາຍຂອງພະຍາດຣານ້ຳຄ້າງ, ຢອດເມັດເລິກ 1 ຊຕມ ເຂ່ຍດິນຖົມແລ້ວໂຮຍສານເຄມີຊະນິດດູດຊຶມໃສ່ໜ້າຂຸມ ເພື່ອກຳຈັດແມງໄມ້ເຊັ່ນ: ຄູຣາແທ ຫລື ເດພາຣອນ ເພື່ອປ້ອງກັນແມງໄມ້ທີ່ມັກເຂົ້າທຳລາຍໃນໄລຍະທຳອິດເຊັ່ນ: ມົດ, ແມງເຕົ່າທອງ ແລະ ແມງປີກແຂງ ແລະ ອື່ນໆ ຈາກນັ້ນຈຶ່ງໃຫ້ນ້ຳ. ຫລັງຈາກປູກປະມານ 14 ວັນ ຕົ້ນຈະງອກກໍທຳການຖອນແຍກໃຫ້ເຫລືອ 1 ຕົ້ນ/ຂຸມ.
ການປັກຄ້າງ: ເມື່ອໝາກແຕງມີອາຍຸໄດ້ 14-20 ວັນ ຄວນປັກຄ້າງ ໂດຍໃຊ້ໄມ້ໄຜ່ ຫລື ແໜງໄມ້ໄຜ່ປັກຂອບໜານດ້ານນອກຂອງຂຸມປູກ ເພື່ອໝາກແຕງອາຍຸໄດ້ 21 ວັນ ກໍຈະເລີ່ມທາວເຄືອ.
ການໃຫ້ນ້ຳ: ການໃຫ້ນ້ຳຄວນໃຫ້ຢ່າງສະໝໍ່າສະເໝີ ແລະ ພຽງພໍຕໍ່ຄວາມຕ້ອງການຂອງພືດ ແຕ່ຢ່າໃຫ້ຫລາຍຈົນເກີນໄປ ໂດຍຈະສັງເກດເບິ່ງຈາກຄວາມຊຸ່ມຂອງດິນໃນໜານປູກ.