ໝາກໂມເປັນພືດຕະກຸນ Cucurbitaceae ມີຊື່ທາງວິທະຍາສາດວ່າ: Citrullus lanatus (Thunb) ຊື່ສາມັນ Watermelon ມີຖິ່ນກຳເນີດໃນແຖບປະເທດທາງຕອນເໜືອຂອງອາຟຣິກາ, ຈາກນັ້ນກໍແຜ່ລາມມາທາງພາກກາງ ແລະ ໃຕ້ຂອງອາຊີ ແລະ ຖືກນຳມາປູກຄັ້ງທຳອິດຢູ່ປະເທດຈີນໃນສະຕະວັດທີ 11 ແລະ ສະຕະວັດທີ 16 ໄດ້ຂະຫຍາຍເຂົ້າໄປເອີຣົບ ແລະ ສະຕະວັດທີ 17 ຂະຫຍາຍເພີ່ມເຂົ້າໄປໃນສະຫະລັດອາເມລິກາ ຈົນມາເຖິງປັດຈຸບັນໄດ້ມີການປູກໄປທົ່ວໂລກແລ້ວ. ສ່ວນຫລາຍແມ່ນໃນແຖບປະເທດທີ່ຢູ່ເຂດຮ້ອນ. ສະເພາະປະເທດລາວກໍສາມາດປູກໄດ້ທຸກພາກ ແລະ ຈະເລີນເຕີບໂຕໄດ້ໃນດິນທຸກຊະນິດ ເຊິ່ງມີສະພາບຄວາມເປັນກົດ-ດ່າງຂອງດິນປະມານ pH5-7,5 ມີການລະບາຍນ້ຳໄດ້ດີ, ເນື້ອທີ່ປູກຕ້ອງໄດ້ຮັບແສງແດດໝົດມື້, ເປັນພືດບໍ່ມັກອາກາດຊຸ່ມ ແລະ ເຢັນຫລາຍ.
ແນວພັນໝາກໂມທີ່ໃຊ້ປູກ: ໝາກໂມທີ່ນິຍົມປູກມີ 2 ພັນຄື: ພັນ Sugar baby ເປັນພັນດໍ ມີອາຍຸການເກັບກ່ຽວປະມານ 65 ວັນ ເຊິ່ງນັບແຕ່ມື້ແຕກໜໍ່, ໝາກມີລັກສະນະກົມ, ມີເປືອກສີຂຽວຊ້ຳ, ມີໃນສີແດງ, ສາມາດຂົນສົ່ງໄດ້ທາງໄກ ແລະ ເກັບຮັກສາໄດ້ດີ ແລະ ພັນ Charleston Gray ເປັນພັນປີ ມີອາຍຸການເກັບກ່ຽວປະມານ 95 ວັນ ເຊິ່ງນັບຈາກມື້ແຕກໜໍ່, ໝາກມີລັກສະນະສີຂຽວອ່ອນ, ເປືອກລາຍ, ໃນສີຊົມພູ, ໝາກກົມຍາວ, ລົດຫວານ, ເປືອກໜາ ມີຄວາມທົນທານໃນການຂົນສົ່ງໄດ້ດີ.
ການກຽມດິນ: ການໄຖຄາດ ແລະ ພວນດິນໃຫ້ຜຸຜົງແມ່ນເພື່ອເຮັດໃຫ້ດິນມີການດູດຊຶມນ້ຳໄດ້ດີ ເຮັດໃຫ້ຮາກໝາກໂມສາມາດດູດອາຫານໄດ້ໄກ ເພາະວ່າໝາກໂມເປັນພືດທີ່ມີລະບົບຮາກເລິກ, ຕ້ອງການດິນທີ່ມີຄວາມອຸດົມສົມບູນ ແລະ ມີຄວາມຊຸ່ມຫລາຍ ຈຶ່ງຄວນໄຖເລິກປະມານ 40 ຊຕມ ແລະ ຕາກດິນໄວ້ 5-7 ວັນ ເຊິ່ງຂັ້ນຕອນໃນການກຽມດິນນີ້ແມ່ນມີຄວາມສຳຄັນຫລາຍ ຈຶ່ງຄວນໃສ່ຝຸ່ນຄອກ ຫລື ຝຸ່ນບົ່ມທີ່ຍ່ອຍສະຫລາຍແລ້ວ ເພາະວ່າຝຸ່ນເຫລົ່ານີ້ຈະຊ່ວຍໃຫ້ດິນຜຸຜົງມີການລະບາຍນ້ຳ ແລະ ອາກາດໄດ້ດີ ມີອິນຊີວັດຖຸຫລາຍຂຶ້ນ, ຈຳນວນທີ່ຕ້ອງການໃສ່ປະມານ 12-15 ໂຕນ/ເຮັກຕາ ເພື່ອປະສົມກັບຝຸ່ນເຄມີສູດ 15-15-15 ຫລື ສູດ 13-13-21 ໃນຈຳນວນ 500-900 ກິໂລກຣາມ/ເຮັກຕາ ຫລື ຂຶ້ນກັບຄວາມອຸດົມສົມບູນຂອງດິນທີ່ປູກຂອງແຕ່ລະທ້ອງຖິ່ນ. ການໃສ່ຝຸ່ນແມ່ນໃຫ້ໃສ່ຮອງພື້ນຂຸມກ່ອນປູກ ຫລື ໃສ່ຕາມໜ້າດິນຫ່າງຈາກເຫງົ້າເຄືອໝາກໂມປະມານ 50 ຊຕມ.
ລະດູປູກ: ລະດູການປູກໝາກໂມທີ່ເໝາະສົມແມ່ນເລີ່ມແຕ່ເດືອນພະຈິກຈົນເຖິງເດືອນເມສາໃນປີຖັດໄປເປັນເດືອນສຸດທ້າຍ.
ການປູກ: ການປູກໝາກໂມແມ່ນນິຍົມຢອດແກ່ນລົງຂຸມ ໂດຍໃຊ້ໄລຍະປູກລະຫວ່າງຂຸມຕໍ່ຂຸມປະມານ 90 ຊຕມ, ລະຫວ່າງແຖວຕໍ່ແຖວປະມານ 2-3 ແມັດ, ຂຸມກວ້າງປະມານ 30-50 ຊຕມ, ເລິກປະມານ 10-15 ຊຕມ ແຍກດິນຊັ້ນເທິງ ແລະ ຊັ້ນລຸ່ມອອກຈາກກັນ, ເອົາດິນຊັ້ນເທິງປະສົມກັບຝຸ່ນຄອກແລ້ວໃສ່ລົງໄປໃນຂຸມຈົນເກືອບເຕັມ ຫລື ປະໄວ້ 15 ຊຕມ. ຈາກນັ້ນໃຫ້ນຳເອົາແກ່ນໃສ່ລົງໄປໃນຂຸມໆລະ 3 ແກ່ນ ແລ້ວຫົດນ້ຳໃຫ້ຊຸ່ມປົກຄຸມດ້ວຍເຟືອງແຫ້ງ ຫລື ຫຍ້າແຫ້ງ ເພື່ອເກັບຄວາມຊຸ່ມໃນດິນ. ສຳລັບການປູກໝາກໂມໃນລະດູໜາວມັກຈະມີບັນຫາກ່ຽວກັບອຸນຫະພູມ ຖ້າຕໍ່າກວ່າ 15,5 ອົງສາ ແກ່ນໝາກໂມຈະບໍ່ຄ່ອຍງອກ ຫລື ແຕກໜໍ່ອອກມາ. ດັ່ງນັ້ນ ກ່ອນປູກຄວນແຊ່ແກ່ນພັນໃນນ້ຳອຸ່ນ ແລະ ເອົາຜ້າປຽກຫໍ່ປະໄວ້ບ່ອນອຸ່ນໆ ຈະຊ່ວຍໃຫ້ແກ່ນແຕກໜໍ່ຂຶ້ນໄດ້ໄວພ້ອມກັນ, ເມື່ອຮາກເລີ່ມພົ້ນອອກຈາກແກ່ນພັນໃຫ້ນຳໄປປູກລົງໃສ່ຂຸມ ແຕ່ຕ້ອງຫົດນ້ຳໃສ່ຂຸມ ເພື່ອໃຫ້ດິນມີຄວາມຊຸ່ມກ່ອນທີ່ຈະປູກ 1 ວັນ. ຫລັງຈາກປູກແລ້ວໃຫ້ຄຸມໜານດ້ວຍຫຍ້າແຫ້ງບໍ່ໃຫ້ເກີນ 1 ຊຕມ, ແກ່ນໝາກໂມກໍຈະແຕກໜໍ່ຢ່າງສະໝໍ່າສະເໝີ.
ການບົວລະບັດຮັກສາ:
- ການໃສ່ຝຸ່ນ ເຄືອໝາກໂມມີຄວາມຍາວປະມານ 1 ແມັດ ໃຫ້ໂຮຍຝຸ່ນທີ່ປະສົມກັນໄວ້ດັ່ງຂັ້ນຕອນໃນການກຽມດິນທີ່ກ່າວມາຂ້າງເທິງນັ້ນໃສ່ລົງໄປທາງຂ້າງເຄືອແລ້ວພວນດິນປົກໄວ້. ນອກຈາກນີ້ ຍັງມີການໃສ່ປຸ໋ຍຢູເຣຍເພີ່ມອີກປະມານ 120 ກິໂລ/ເຮັກຕາ ໃຫ້ແບ່ງອອກເປັນ 2 ຄັ້ງ, ຄັ້ງທີ 1 ໃຫ້ໂຮຍໃສ່ອ້ອມເຄືອໝາກໂມ, ເມື່ອເຄືອໝາກໂມມີໃບແທ້ໃບທີ 5 ເຄືອກໍຈະຍາວປະມານ 30 ຊຕມ ໃຫ້ໃສ່ປຸ໋ຍທີ່ເຫລືອຈາກຄັ້ງທີ 1 ໂຮຍອ້ອມເຄືອໝາກໂມ ກ່ອນຈະໃສ່ປຸ໋ຍຕ້ອງມີການພວນດິນກ່ອນແລ້ວຈຶ່ງໃສ່.
- ການໃຫ້ນ້ຳ ເຖິງວ່າເຄືອໝາກໂມທົນທານຕໍ່ຄວາມແຫ້ງແລ້ງໄດ້ດີກໍຕາມ, ແຕ່ວ່າຖ້າອາກາດແຫ້ງແລ້ງເກີນໄປກໍຈະເຮັດໃຫ້ເຄືອໝາກໂມຢຸດສະງັກຕໍ່ການຈະເລີນເຕີບໂຕ, ຄວນໃຫ້ນ້ຳຊຸ່ມຢູ່ສະເໝີແຕ່ຢ່າໃຫ້ຖ້ວມ ຫລື ປຽກເກີນໄປ, ໃນຊ່ວງທີ່ໜ່ວຍໝາກໂມກຳລັງຈະເລີນເຕີບໂຕແມ່ນເປັນຊ່ວງທີ່ຕ້ອງການນ້ຳຫລາຍ, ການໃຫ້ນ້ຳເພື່ອຄວາມຊຸ່ມແກ່ດິນຄວນໃຫ້ທົ່ວທັງໜານ ເພື່ອບໍ່ໃຫ້ດິນແຫ້ງແຂງຈັບກັນເປັນແຜ່ນ.
- ການປົກຄຸມໜ້າດິນ ເມື່ອເຄືອໝາກໂມຈະເລີນເຕີບໂຕໄດ້ໄລຍະໜຶ່ງ ເຮົາຄວນໃຊ້ເຟືອງແຫ້ງທີ່ສະອາດປົກຄຸມດິນໃຫ້ໜາປະມານ 5-7 ຊມ ພ້ອມກັບເວັ້ນຫວ່າງໄວ້ສຳລັບໃສ່ປຸ໋ຍ. ການປົກຄຸມຫຍ້າແມ່ນເພື່ອຮັກສາຄວາມຊຸ່ມໃຫ້ແກ່ດິນ ເພື່ອປ້ອງກັນບໍ່ໃຫ້ດິນແຫ້ງເກີນໄປ. ນອກຈາກນີ້ ຍັງຊ່ວຍຄວບຄຸມຫຍ້າ ແລະ ຊ່ວຍຮັກສາບໍ່ໃຫ້ໝາກໂມຕິດກັບດິນໂດຍກົງ.
- ການເສຍຫຍ້າພວນດິນ ໄລຍະທຳອິດຄວນມີການເສຍຫຍ້າເພື່ອກຳຈັດວັດສະພືດຢູ່ເລື້ອຍໆ ພ້ອມກັບພວນດິນເພື່ອໃຫ້ດິນຜຸຜົງ ແລະ ມີອາກາດຖ່າຍເທໄດ້ສະດວກ, ຄວນເຮັດດ້ວຍຄວາມລະມັດລະວັງຢ່າໃຫ້ເຄື່ອງມືທີ່ໃຊ້ໃນການເສຍຫຍ້າໄປຖືກເຄືອ ແລະ ຮາກ ເພາະຈະເຮັດໃຫ້ເຄືອໝາກໂມຫ່ຽວ ແລະ ຕາຍໄປ.
- ການບັງຄັບເຄືອໝາກໂມ ຖ້າປ່ອຍໃຫ້ເຄືອໝາກໂມແຕກແໜງອອກ ແລະ ເລືອໄປຕາມທຳມະຊາດກໍຈະຕຶບໜາເກີນໄປຈະເຮັດໃຫ້ຜົນຜະລິດໜ້ອຍລົງ ເພາະວ່າແມງໄມ້ຈະຊ່ວຍປະສົມເກສອນບໍ່ທົ່ວເຖິງ. ສະນັ້ນ ເມື່ອເຄືອໝາກໂມຈະເລີນເຕີບໂຕຈົນມີຄວາມຍາວ 2,5-5 ຊຕມ ຄວນມີການຈັບເຄືອໃຫ້ໄປທາງດຽວກັນ ແລະ ຕັດແໜງໃຫ້ເຫລືອ 3 ແໜງ ແຕ່ຕ້ອງໃຫ້ເປັນແໜງທີ່ສົມບູນທີ່ສຸດ. ການຕັດ ຫລື ລິແໜງທີ່ເປັນສ່ວນເກີນຖິ້ມຈະຊ່ວຍໃຫ້ໜ່ວຍໝາກໂມມີຂະໜາດໃຫຍ່ສົມບູນຂຶ້ນ.
- ການຊ່ວຍປະສົມເກສອນດ້ວຍມື ໝາກໂມເປັນພືດທີ່ປະສົມພັນຂ້າມດອກ ການທີ່ຈະໃຫ້ເປັນໝາກໄດ້ດີຕ້ອງອາໄສແມງໄມ້ເປັນຕົວຊ່ວຍປະສົມເກສອນ. ແຕ່ປັດຈຸບັນ ຊາວກະສິກອນມັກພົບບັນຫາໝາກໂມບໍ່ເປັນໝາກ ເພາະມີການໃຊ້ຢາກຳຈັດແມງໄມ້ກັນຫລາຍຂຶ້ນ ເຮົາສາມາດປະສົມເກສອນແທນໄດ້ ໂດຍການເດັດດອກຜູ້ທີ່ບານນຳໄປຂວ້ຳລົງ ຫລື ປ້າຍໃສ່ເທິງດອກເກສອນແມ່ ການປະສົມເກສອນວິທີນີ້ເອີ້ນວ່າການເດາະດອກ ເຮົາສາມາດປະສົມເກສອນດອກໝາກໂມໄດ້ຕັ້ງແຕ່ເວລາ 6-10 ໂມງເຊົ້າ ເພາະວ່າຫລັງຈາກ 10 ໂມງໄປແລ້ວ ດອກເພດແມ່ຈະຫລຸບເຂົ້າ ແລະ ບໍ່ຍອມຮັບການປະສົມພັນຕໍ່ໄປອີກ.
- ການປິດໝາກຖິ້ມ ໝາກໂມທີ່ເກີດໃນໄລຍະທຳອິດຄວນປິດຖິ້ມ ສ່ວນຫລາຍເປັນໝາກຂະໜາດນ້ອຍ, ຄຸນນະພາບຕໍ່າ. ນອກຈາກນີ້ ຍັງເຮັດໃຫ້ເຄືອໝາກໂມເລືອອອກໄປຊ້ານຳອີກ. ສຳລັບຂະໜາດທີ່ປິດຖິ້ມບໍ່ຄວນໃຫ້ໃຫຍ່ກວ່າລູກປິ່ງປ່ອງ. ເຄືອໝາກໂມ 1 ເຄືອອາດຈະຕິດໝາກໄດ້ຫລາຍໝາກ ເຊິ່ງຈະເລີ່ມເປັນແຕ່ຂໍ້ທີ 9 ເປັນຕົ້ນໄປ. ແຕ່ໃຫ້ເລືອກເອົາໝາກທີ່ມີຂວັ້ນທີ່ມີຂະໜາດໃຫຍ່, ຮູບຊົງຂອງໝາກຕ້ອງສະໝໍ່າສະເໝີ, ໃຫ້ຈົ່ງໄວ້ແໜງລະ 1 ໝາກ, 1 ເຄືອເອົາໄວ້ 3 ແໜງກໍຈະໄດ້ 3 ໝາກທີ່ສົມບູນທີ່ສຸດ.
ພະຍາດ ແລະ ແມງໄມ້ທີ່ທຳລາຍໝາກໂມ:
- ພະຍາດເຄືອຫ່ຽວທີ່ເກີດຈາກເຊື້ອລາພິວຊາລຽມ ໝາກໂມທີ່ເປັນພະຍາດນີ້ສີຂອງໃບຈະເຫລືອງ ແລະ ເຄືອກໍຈະຫ່ຽວ, ບໍລິເວນໃບຂອງເຄືອໃກ້ກັບໜ້າດິນຈະມີນ້ຳເມືອກຊຶມອອກມາ, ເມື່ອແກະເບິ່ງພາຍໃນໃບຈະເປັນສີນ້ຳຕານ, ການປ້ອງກັນກຳຈັດໃຊ້ຢາເຄມີໄດແທນສິດສີດພົ່ນໃສ່.
- ພະຍາດລານ້ຳຄ້າງ ລັກສະນະອາການພະຍາດນີ້ເຮັດໃຫ້ເກີດຈຸດສີເຫລືອງເທິງຫລັງໃບ ແລະ ຂະຫຍາຍຕົວຕາມພາກສ່ວນຢູ່ກ້ອງໃບ (ຈຸດດຽວກັນ) ຈະເປັນກຸ່ມຂອງເຊື້ອລາທີ່ເປັນສີມ້ວງແກມສີເທົາຈັບກັນເປັນກຸ່ມ ເຮັດໃຫ້ໝາກໂມມີຜົນຜະລິດຕໍ່າ ແລະ ຄຸນນະພາບຂອງໝາກກໍຕໍ່າ, ການປ້ອງກັນ ແລະ ກຳຈັດໃຊ້ຢາກັບຕັນ, ມາແບບສິດ ຫລື ຊີແນບ ສີດພົ່ນໃສ່ທຸກໆ 2 ອາທິດ.
- ເພ້ຍໄຟ ແມງໄມ້ນີ້ຈະດູດກິນນ້ຳລ້ຽງຈາກຍອດອ່ອນ ເຮັດໃຫ້ໃບໝາກໂມບໍ່ຂະຫຍາຍໂຕ, ຍອດອ່ອນກໍຫົດສັ້ນລົງ, ການປ້ອງກັນ ແລະ ກຳຈັດໃຊ້ຢາເຊວິນ 85%, ແລນເນທ ແລະ ໄດເມທໂຊເອທ ຈະເປັນຊະນິດໃດກໍໄດ້.
- ແມງຂີ້ໄຮ້ ເປັນແມງປີກແຂງ ມັກກັດກິນໃບຂອງໝາກໂມເວລາຍັງອ່ອນ ເຮັດໃຫ້ໃບຂາດເປັນວົງໆ, ການປ້ອງກັນ ແລະ ກຳຈັດໃຊ້ຢາເຊວິນ 85% ສີດພົ່ນໃສ່ທຸກໆ 2 ອາທິດ.
- ການກຳຈັດພະຍາດ ແລະ ແມງໄມ້ເຫລົ່ານີ້ ຖ້າເປັນໄປໄດ້ຄວນໃຊ້ນ້ຳໝັກສະໝຸນໄພສຳລັບກຳຈັດສັດຕູພືດສີດພົ່ນໃສ່ຍິ່ງຈະເປັນການດີ.
ການເກັບກ່ຽວ: ອາຍຸການເກັບກ່ຽວໝາກໂມແຕ່ລະພັນບໍ່ຄືກັນ, ພັນດໍອາຍຸສັ້ນ ແຕ່ຖ້າເປັນພັນປີກໍມີອາຍຸຍາວ ແຕ່ໂດຍທົ່ວໄປແລ້ວອາຍຸການເກັບກ່ຽວຂອງໝາກໂມປະມານ 65-100 ວັນ ນັບແຕ່ມື້ຢອດແກ່ນລົງດິນ. ການສັງເກດເບິ່ງໝາກໂມແກ່ທີ່ສາມາດເກັບກ່ຽວໄດ້ຄື: ມື ຫລື ໜວດທີ່ເກາະຢູ່ໃກ້ຂວັ້ນຂອງໝາກຈະປ່ຽນເປັນສີເຫລືອງ ແລະ ແຫ້ງບາງສ່ວນຈາກປາຍຫາໂຄນຂວັ້ນ ແລະ ເລີ່ມຫ່ຽວຍຸບລົງ, ເປືອກຂອງໝາກເລີ່ມມີສີຈາງລົງ, ມີຮອຍດ່າງເປັນເສັ້ນໆ ແລະ ມີນ້ຳໜັກເບົາຂຶ້ນ, ເມື່ອໃຊ້ມືເຄາະ ຫລື ຕົບຄ່ອຍໆຈະມີສຽງດັງໂຄ່ງໆ ສະແດງວ່າໝາກໂມແກ່ພໍດີ.