ເຕັກນິກການປູກໝາກເລັ່ນ ໃຫ້ໄດ້ຮັບຜົນດີ

ເຜີຍແຜ່ວັນທີ 30/11/2021

    ໝາກເລັ່ນສາມາດຈະເລີນເຕີບໃຫຍ່ໄດ້ທາງດ້ານລຳຕົ້ນ, ໃບ ແລະ ອອກດອກໄດ້ຕະຫລອດທັງປີ ແຕ່ການທີ່ໝາກຈະຕິດແມ່ນຕ້ອງການສະພາບອາກາດຂ້ອນຂ້າງເຢັນ, ອຸນຫະພູມໃນໄລຍະກາງເວັນທີ່ເໝາະສົມຢູ່ລະຫວ່າງ 25-30 ອົງສາ, ອຸນຫະພູມກາງຄືນປະມານ 16-20 ອົງສາ. ຖ້າອຸນຫະພູມກາງຄືນສູງກວ່າ 22 ອົງສາ ຈະເຮັດໃຫ້ໝາກເລັ່ນບໍ່ຕິດໝາກ ຫລື ຕິດກໍຕິດໜ້ອຍ. ຝົນ ແລະ ຄວາມຊຸ່ມສູງເປັນສາເຫດສຳຄັນທີ່ເຮັດໃຫ້ພະຍາດທາງໃບ ແລະ ຮາກລະບາດຮຸນແຮງ. ດັ່ງນັ້ນ ລະດູການປູກທີ່ເໝາະສົມທີ່ສຸດຈຶ່ງຢູ່ໃນໄລຍະລະດູໜາວ ໂດຍມີໄລຍະຢອດແກ່ນເພາະກ້າຢູ່ລະຫວ່າງເດືອນຕຸລາຫາເດືອນທັນວາ ເຊິ່ງສະພາບອາກາດຈະເໝາະຕໍ່ການຕິດໝາກ ເຮັດໃຫ້ໄດ້ຜົນຜະລິດສູງ ແລ້ວຍັງມີສັດຕູພືດລົບກວນໜ້ອຍ, ຕົ້ນທຶນການຜະລິດຈຶ່ງຕໍ່າກວ່າການປູກໃນລະດູອື່ນ.

   ການປູກແມ່ນສາມາດປູກໄດ້ 2 ວິທີຄື:

ວິທີທີ 1: ກ້າເບ້ຍແລ້ວຍ້າຍປູກ

     ໂດຍການກຽມໜານກ້າຍົກໜານສູງຂຶ້ນປະມານ 1 ຄືບ ເອົາຝຸ່ນຄອກ ຫລື ປຸ໋ຍໝັກມາຄົນກັບດິນປະມານ 1-2 ບຸງ ຕໍ່ 1 ຕາແມັດ ໃຊ້ແກ່ນປະມານ 30-40 ກຣາມ ຢອດລົງໃນໜານທີ່ຍາວ 10 ແມັດ, ກວ້າງ 1 ແມັດ ຈະໄດ້ເບ້ຍໝາກເລັ່ນພໍສຳລັບປູກໃນພື້ນທີ່ 1 ໄລ່. ການຢອດເມັດຄວນຢອດເປັນແຖວຫ່າງກັນປະມານ 10 ຊັງຕີແມັດ, ເລິກບໍ່ເກີນ 1 ຊັງຕີແມັດ. ເມື່ອຢອດເມັດແລ້ວປົກດ້ວຍດິນປະສົມປຸ໋ຍໝັກ ແລະ ປົກໜານດ້ວຍເຟືອງ ຫລື ຫຍ້າແຫ້ງບາງໆ. ໃນໄລຍະ 3 ມື້ທຳອິດໃຫ້ຫົດນ້ຳສະໝໍ່າສະເໝີຢ່າໃຫ້ຜິວໜ້າດິນແຫ້ງ ຖ້າແດດຮ້ອນຫລາຍ ຫລື ຝົນຕົກແຮງຕ້ອງປົກໜານດ້ວຍຜ້າໄນລ່ອນ ຫລື ຜ້າຢາງ ເພື່ອປ້ອງກັນເມັດຝົນຖືກລຳຕົ້ນ ຫລື ໃບ ຈະເປັນຮອຍຊ້ຳ ເຊິ່ງເປັນສາເຫດຂອງການເກີດພະຍາດຕ່າງໆໄດ້ງ່າຍ.

ພະຍາດສຳຄັນໃນການກ້າໝາກເລັ່ນ:

ພະຍາດກົກເນົ່າ ໂດຍສະເພາະໃນເວລາຝົນຕົກຕິດຕໍ່ກັນເປັນເວລາຫລາຍວັນ ເຮັດໃຫ້ຄວາມຊຸ່ມໃນອາກາດ ແລະ ດິນສູງ ແຕ່ກໍມີວິທີການປ້ອງກັນ ໂດຍນຳເອົາເສດເຟືອງ ຫລື ຫຍ້າທີ່ປົກໜານອອກໃຫ້ໝົດເພື່ອໃຫ້ໜານກ້າໂປ່ງ ແລະ ລະບາຍອາກາດໄດ້ດີ ແລ້ວສີດພົ່ນຢາກັນເຊື້ອລາໃນໄລຍະທີ່ເບ້ຍໝາກເລັ່ນອາຍຸປະມານ 17-22 ວັນ ຄວນຫລຸດປະລິມານການໃຫ້ນ້ຳລົງ ແລະ ໃຫ້ເບ້ຍໝາກເລັ່ນໄດ້ຮັບແສງແດດຢ່າງເຕັມທີ່, ເບ້ຍໝາກເລັ່ນຈະແຂງແຮງ, ໜຽວ, ບໍ່ບວມນ້ຳ ເຊິ່ງມີຜົນເຮັດໃຫ້ເບ້ຍໝາກເລັ່ນລອດຕາຍ. ສ່ວນການຍ້າຍເບ້ຍ ໂດຍທົ່ວໄປການຍ້າຍເບ້ຍລົງໜານປູກມັກຈະໃຊ້ເບ້ຍທີ່ມີອາຍຸປະມານ 21-25 ວັນ ຫລັງຈາກຢອດເມັດ ຫລື ເມື່ອເບ້ຍມີໃບຈິງ 3-4 ໃບ.

ວິທີທີ 2: ຢອດເມັດລົງໜານປູກໂດຍກົງ

ໃຊ້ໃນກໍລະນີທີ່ສາມາດໃຫ້ນ້ຳໄດ້ງ່າຍ ແຕ່ຈະເສຍເວລາ ແລະ ແຮງງານໃນການດູແລຮັກສາຫລາຍ ອີກທັງຍັງຕ້ອງໃຊ້ເມັດພັນຫລາຍຂຶ້ນເປັນ 80-100 ກຣາມຕໍ່ໄລ່ ສຳລັບໄລຍະປູກທີ່ເໝາະສົມແມ່ນ 25-50 ຊັງຕີແມັດ. ປູກ 1 ຕົ້ນຕໍ່ຂຸມ ຖ້າໄລຍະປູກຖີ່ຈະໄດ້ຜົນຜະລິດຕໍ່ພື້ນທີ່ຫລາຍຂຶ້ນ ແຕ່ການຄວບຄຸມໂຣກ ແລະ ອື່ນໆຈະຫຍຸ້ງຍາກຂຶ້ນ. ໃນລະດູແລ້ງຄວນປູກຖີ່ ສ່ວນໃນລະດູຝົນຄວນປູກຫ່າງ ເນື່ອງຈາກໝາກເລັ່ນຈະເລີນເຕີບໃຫຍ່ດີມີຊົງພຸ່ມສູງໃຫຍ່ກວ່າລະດູອື່ນໆ.

ການດູແລຮັກສາ: ການຄຸມໜານດ້ວຍເຟືອງ ຫລື ຫຍ້າແຫ້ງ ເພື່ອເປັນການຮັກສາຄວາມຊຸ່ມຂອງດິນ ແລະ ເປັນການປ້ອງກັນການເຊາະລ້າງຂອງໜ້າດິນເວລາຝົນຕົກ ຫລື ຫົດນ້ຳ. ນອກຈາກນີ້ ຍັງຊ່ວຍຫລຸດອັດຕາສ່ວນການເນົ່າ ແລະ ການລະບາດຂອງພະຍາດໃບ ເຊິ່ງຈະຊ່ວຍໃຫ້ຜົນຜະລິດເພີ່ມປະມານຂຶ້ນ 20-40% ແຕ່ເຟືອງມັກຈະມີເຊື້ອລາ ສະໂຄໂລດຽມຕິດມາພ້ອມ ເຮັດໃຫ້ເກີດພະຍາດຫ່ຽວຕົ້ນແຫ້ງຕາຍໄປ. ການປົກເຟືອງຄວນປົກໃຫ້ຫ່າງຕີນຕົ້ນເພື່ອບໍ່ໃຫ້ຕີນຕົ້ນມີຄວາມຊຸ່ມສູງເກີນໄປ.

ການກຳຈັດວັດສະພືດ: ໃຊ້ສານເຄມີຊື່ ເມຕິບູຊິນ ຫລື ຊື່ການຄ້າວ່າ: ເຊງຄໍ ປະລິມານ 80-120 ກຣາມ (ເນື້ອສານບໍລິສຸດ) ຫລື 115-170 ກຣາມ, ສານເຊງຄໍ 70% ຕໍ່ພື້ນທີ່ 1 ໄລ່ ສີດຫລັງຈາກຍ້າຍເບ້ຍຂະນະທີ່ດິນມີຄວາມຊຸ່ມຢູ່ຈະສາມາດຄວບຄຸມວັດສະພືດໃບແຄບ ແລະ ໃບກວ້າງບາງຊະນິດໄດ້ ແຕ່ຫລັງຈາກມີການພວນດິນ, ພູນກົກ, ໃສ່ປຸ໋ຍໄດ້ 20 ແລະ 40 ວັນ ກໍບໍ່ຈຳເປັນໃຊ້ສານຄວບຄຸມວັດສະພືດ.

ການໃສ່ປຸ໋ຍ: ປຸ໋ຍຮອງພື້ນໃຊ້ປຸ໋ຍ 15-15-15 ອັດຕາສ່ວນ 30 ກິໂລຕໍ່ໄລ່ ຮອງກົ້ນຂຸມ ພ້ອມກັບປຸ໋ຍຄອກ ຫລື ປຸ໋ຍໝັກ 2.000 ກິໂລຕໍ່ໄລ່ ແລະ ໂບແລກ 4 ກິໂລຕໍ່ໄລ່. ເມື່ອອາຍຸເບ້ຍໝາກເລັ່ນໄດ້ 7-10 ວັນ ຫລັງຈາກຍ້າຍປູກໃຊ້ປຸ໋ຍ 46-0-0 ຫລື 21-0-0 ອັດຕາສ່ວນ 10 ຫລື 20 ກິໂລຕໍ່ໄລ່ ຖ້າປ່ຽນໜານປູກທີ່ເຄີຍປູກຜັກກິນໃບເຊັ່ນ: ຜັກຫອມປ້ອມມາກ່ອນຄວນໃຊ້ປຸ໋ຍ 13-13-21 ແທນ. ອາຍຸ 21-25 ວັນ ຫລັງຈາກຍ້າຍປູກໃຊ້ປຸ໋ຍ 15-15-15 ໃນອັດຕາສ່ວນ 30 ກິໂລຕໍ່ໄລ່. ອາຍຸ 40 ວັນ ຫລັງຈາກຍ້າຍປູກໃຊ້ປຸ໋ຍ 13-13-21 ໃນອັດຕາສ່ວນ 30 ກິໂລຕໍ່ໄລ່. ອາຍຸ 60 ວັນ ຫລັງຈາກຍ້າຍປູກໃຊ້ປຸ໋ຍ 13-13-21 ໃນອັດຕາສ່ວນ 30 ກິໂລຕໍ່ໄລ່ ແຕ່ຖ້າສະພາບຕົ້ນໝາກເລັ່ນຂ້ອນຂ້າງມີໝາກໜ້ອຍກໍບໍ່ຈຳເປັນໃສ່ປຸ໋ຍຄັ້ງທີ 5.

ໃນສະພາບອາກາດທີ່ເໝາະສົມເຊັ່ນ: ຮ້ອນເກີນໄປ ຫລື ມີຝົນຫລາຍເຮັດໃຫ້ຕົ້ນໝາກເລັ່ນບໍ່ຄ່ອຍສົມບູນ ຫລື ມີອາການໃບດ່າງ ສາມາດຊ່ວຍໄດ້ໂດຍການສີດພົ່ນປຸ໋ຍທາງໃບສູດຕ່າງໆຕາມໄລຍະການຈະເລີນເຕີບໃຫຍ່ເຊັ່ນ: ໄລຍະທີ່ຍັງບໍ່ອອກດອກອາດໃຊ້ປຸ໋ຍໃບສູດສະເໝີເຊັ່ນ: 25-25-25, ສ່ວນໃນໄລຍະອອກດອກແລ້ວຄວນໃຊ້ປຸ໋ຍໃບທີ່ມີຟົດສະຟໍ ແລະ ໂປເຕຊຽມສູງເຊັ່ນ: 10-23-20 ຫລື 10-30-20 ເປັນຕົ້ນ. ນອກຈາກນີ້ ຍັງມີປຸ໋ຍໃບທີ່ມີທາດອາຫານຮອງຫລາຍຊະນິດຢູ່ນຳເຊັ່ນ: ແມັງການັດ, ເຫລັກ, ສັງກະສີ, ໂບລອນ ຈະຊ່ວຍໃຫ້ຕົ້ນໝາກເລັ່ນສົມບູນຍິ່ງຂຶ້ນ.

ການໃຫ້ນ້ຳ: ໄລຍະທີ່ໝາກເລັ່ນຕ້ອງການນ້ຳຫລາຍຄືໄລຍະທຳອິດຂອງການເຕີບໃຫຍ່ ແລະ ໄລຍະໝາກທີ່ກຳລັງຂະຫຍາຍ (ປະມານ 35-50 ວັນຫລັງຈາກຍ້າຍເບ້ຍ). ສຳລັບໄລຍະທີ່ກຳລັງໝາກຕິດ (20-35 ວັນ) ບໍ່ຕ້ອງການນ້ຳຫລາຍ ແຕ່ຕ້ອງການພວນດິນເພື່ອໃຫ້ຮາກຈະເລີນເຕີບໃຫຍ່ໄປໄດ້ເລິກ ແລະ ຮາກກະຈາຍທາງດ້ານຂ້າງໄດ້ສະດວກ.

ການປັກຄ້າງ: ມີຄວາມຈຳເປັນຫລາຍ ເມື່ອປູກໝາກເລັ່ນໃນລະດູຝົນ ຫລື ປູກດ້ວຍພັນທີ່ມີການຈະເລີນເຕີບໃຫຍ່ແບບເຄືອ ການປັກແບບຄ້າງດ່ຽວ ຫລື ແບບກະໂຈມຈະຊ່ວຍໃຫ້ຜົນຜະລິດຂອງໝາກເລັ່ນສູງຂຶ້ນກວ່າການບໍ່ປັກຄ້າງ 20% ແລະ ເຮັດໃຫ້ການສີດຢາປ້ອງກັນສັດຕູພືດ, ການເກັບກ່ຽວ ແລະ ການປະຕິບັດງານອື່ນໆໃນໜານສະດວກຂຶ້ນ. ນອກຈາກປັກຄ້າງແລ້ວ ຕ້ອງໝັ່ນມັດຕົ້ນໝາກເລັ່ນຕິດກັບຄ້າງ ບໍ່ດັ່ງນັ້ນແໜງທີ່ເກີດໃໝ່ຈະເລີນເຕີບໃຫຍ່ເລືອກໄປຕາມດິນ ເຮັດໃຫ້ໝາກເນົ່າເສຍຫາຍ.

ການປ້ອງກັນພະຍາດ: ພະຍາດໃບໄໝ້ ເນື່ອງຈາກເຊື້ອ Alternaria ແລະ Cercospora ລະບາດໄວຫລາຍໃນອຸນຫະພູມ ແລະ ຄວາມຊຸ່ມສູງ ໂດຍສະເພາະໃນລະດູຝົນທີ່ມີຝົນຕົກຕິດຕໍ່ກັນຫລາຍວັນ ການເດັດໃບດ້ານລຸ່ມທີ່ເປັນພະຍາດຖິ້ມຈະຊ່ວຍໃຫ້ການລະບາດຂອງພະຍາດຊ້າລົງ. ພະຍາດໃບກູດ ຈາກເຊື້ອໄວຣັສເກີດໄດ້ທຸກລະດູ ໂດຍມີແມງໝີ່ຂາວ ແລະ ເພ້ຍອ່ອນເປັນພາຫະນຳເຊື້ອ. ພະຍາດໃບແຫ່ວ ຈາກເຊື້ອສະເຄີໂລດຽມ ເກີດຫລາຍເມື່ອດິນມີຄວາມຊຸ່ມສູງ ຈະພົບເຊື້ອລາສີຂາວທຳລາຍຜິວສ່ວນກົກຂອງຕົ້ນໝາກເລັ່ນທີ່ຕິດກັບດິນ ແລະ ໃນໄລຍະຕໍ່ມາຈະເຫັນສະປໍຄ້າຍແກ່ນຜັກກາດທີ່ກົກຕົ້ນ ການປ້ອງກັນໃຊ້ສານເຄມີຊື່ ໄວຕາແວກລາດ ຫລື ໃຊ້ປູນຂາວປະມານເຄິ່ງກຳມື ຫລື ໃຊ້ເຊື້ອລາໄຕໂຄເດິລາໂຮຍຕິດກົກຕົ້ນ. ພະຍາດໃບແຫ່ວ ທີ່ເກີດຈາກແບັກທີເຣຍ ໝາກເລັ່ນແຫ່ວຕາຍຢ່າງໄວວາໃນຂະນະທີ່ລຳຕົ້ນ ແລະ ໃບຍັງຂຽວຢູ່ ບໍ່ມີຢາປ້ອງກັນຕ້ອງໃຊ້ຖ້າພົບຕົ້ນໃດເປັນພະຍາດໃຫ້ຫລົກຖິ້ມ ຫລື ເຜົາຖິ້ມທັນທີ.

ການປ້ອງກັນ ແລະ ກຳຈັດພະຍາດ ແລະ ແມງໄມ້: ໃນຂະນະທີ່ຍັງບໍ່ເກີດພະຍາດຄວນສີດຢາປ້ອງກັນທຸກໆ 7-10 ວັນ ໂດຍໃຊ້ສານເຄມີທົ່ວໄປເຊັ່ນ: ແຄບແທນ, ໄດເທນແອມ 45, ຄອບເປີອອກຊີຄໍໄລ, ຄູປາວິດ, ເມື່ອເລີ່ມເກີດພະຍາດລະບາດຈົນສັງເກດເຫັນຄວນໃຊ້ສານເຄມີປະເພດດູດຊຶມເຊັ່ນ: ເບນເລດໂອສິ, ບາວິຊານ, ຣໍພັດ, ດາໂຄນິດ ແຕ່ບໍ່ຄວນໃຊ້ຕິດຕໍ່ກັນເກີນ 3 ຄັ້ງ ເພາະຈະເຮັດໃຫ້ເຊື້ອພະຍາດລຶ້ງຢາ. ສຳລັບບົ້ງເຈາະໝາກຕ້ອງກຳຈັດຕັ້ງແຕ່ຍັງນ້ອຍກ່ອນທີ່ເຈາະທຳລາຍເຂົ້າໄປໃນໝາກ ໂດຍສັງເກດຈາກໄຂ່ທີ່ແມງກະເບື້ອງກາງຄືນມາໄຂ່ໃສ່ຕາມຍອດອ່ອນ ຫລື ກີບດອກ ຖ້າພົບໄຂ່ໃນປະລິມານໄຂ່ທີ່ຫລາຍຕ້ອງສີດຢາພາຍໃນ 1-2 ວັນ ສານເຄມີທີ່ໃຊ້ເປັນປະເພດທີ່ຖືກແລ້ວຕາຍເຊັ່ນ: ແລນເນດ ຫລື ສານໄພລີທອຍ ແລະ ໝັ່ນເກັບໝາກເລັ່ນທີ່ຖືກບົ້ງເຈາະທຳລາຍອອກຈາກໜານນຳມາເຜົາໄຟ ເພາະບົ້ງທີ່ຢູ່ໃນໝາກຈະອອກມາທຳລາຍໝາກທີ່ຢູ່ໃນຊໍ່ດຽວກັນໃຫ້ເສຍຫາຍຫລາຍຂຶ້ນ.

ການເກັບໝາກສົດ: ເລີ່ມເກັບຜົນຜະລິດໄດ້ເມື່ອອາຍຸປະມານ 55 ວັນ ຫລັງຈາກການຍ້າຍບົງ ໂດຍເກັບໝາກທີ່ເລີ່ມປ່ຽນສີເພື່ອຫລີກເວັ້ນໝາກແຕກ ແລະ ສຸກເກີນໄປ.

ການເກັບເມັດພັນໄວ້ປູກຕໍ່ໄປ: ສາມາດເຮັດໄດ້ເມື່ອພັນທີ່ປູກບໍ່ແມ່ນພັນລູກປະສົມ ການເລືອກເກັບເມັດພັນຄວນເລືອກເກັບຈາກໜານທີ່ປູກໃນລະດູໜາວເທົ່ານັ້ນ ແລະ ເລືອກເກັບຈາກຕົ້ນທີ່ສົມບູນແຂງແຮງ, ມີລັກສະນະໝາກຕາມທີ່ຕະຫລາດຕ້ອງການຈຶ່ງຈະໄດ້ເມັດທີ່ສົມບູນ, ແຂງແຮງ, ມີອັດຕາສ່ວນໃນການແຕກງອກສູງ. ການຜະລິດເມັດພັນສາມາດເຮັດໄດ້ງ່າຍ ໂດຍເກັບກ່ຽວໝາກທີ່ສຸກແດງຜ່າກາງໝາກ ບີນແກ່ນອອກ ໝັກປະໄວ້ໃນພາຊະນະປລາສຕິກ 24-36 ຊົ່ວໂມງ (2-3 ວັນ) ເອົາໄປລ້າງນ້ຳຫລາຍໆຄັ້ງ ເມັດພັນທີ່ດີຈະຈົມລົງ ເມັດພັນທີ່ບໍ່ສົມບູນຈະລອຍຂຶ້ນ ເມື່ອແກ່ນສະອາດດີແລ້ວນຳໄປຕາກແດດ 2-3 ວັນ ຈົນແກ່ນແຫ້ງຈຶ່ງບັນຈຸແກ່ນເຂົ້າໃນຖົງປລາສຕິກໜາ ຫລື ໃນກະປ໋ອງທີ່ປິດສະໜິດແລ້ວນຳໄປເກັບຮັກສາໄວ້ໃນບ່ອນທີ່ເຢັນ ໂດຍວິທີການນີ້ສາມາດເກັບແກ່ນໄວ້ຢ່າງໜ້ອຍ 2-3 ປີ.

Footer Image
error: