- ປາ: ມີກົດໄຂມັນ ແລະ ໂອເມກ້າ 3 ຊ່ວຍສ້າງ ແລະ ເບິ່ງແຍງໜັງຫຸ້ມເຊລປະສາດໃນສະໝອງໃຫ້ມີຄວາມແຂງແຮງ ທັງເປັນອາຫານທີ່ກິນງ່າຍ ແລະ ເໝາະກັບຄົນທຸກເພດທຸກໄວ.
- ກະທຽມ: ເມື່ອເວົ້າເຖິງກະທຽມ ຫລາຍຄົນອາດຈະບໍ່ມັກ ເພາະມີກິ່ນທີ່ຫລາຍຄົນບໍ່ປາຖະໜາ ແຕ່ທ່ານຮູ້ ຫລື ບໍ່ ກະທຽມມີສັບພະຄຸນຫລາຍຢ່າງທີ່ເຮົາຍັງບໍ່ຮູ້ ເປັນຕົ້ນເວລາກິນກະທຽມເຂົ້າໄປແລ້ວຈະຊ່ວຍໃຫ້ອາລົມດີຂຶ້ນ, ຫລຸດຄວາມຫງຸດຫງິດ ແລະ ຊ່ວຍໃຫ້ການຈື່ຈຳດີຂຶ້ນ.
- ສາຫລ່າຍທະເລ: ບໍ່ວ່າຈະເປັນສາຫລ່າຍສົດໆ ຫລື ສາຫລ່າຍແຫ້ງ ເມື່ອນຳມາປຸງແຕ່ງເປັນອາຫານກໍຈະມີລົດຊາດທີ່ແຕກຕ່າງກັນໄປ, ແຕ່ສຳຄັນທີ່ສຸດຄືໃນສາຫລ່າຍແມ່ນມີໂອເມກ້າ 3 ສູງທີ່ສຸດ ພ້ອມຊ່ວຍໃຫ້ເສັ້ນຜົມຂອງຄົນເຮົາດົກດຳດີນຳອີກ.
- ຖົ່ວເຫລືອງ: ເມື່ອເວົ້າເຖິງຖົ່ວເຫລືອງ ຫລາຍຄົນຄົງຈະຮູ້ເຖິງຄຸນປະໂຫຍດ ເພາະໃນຖົ່ວເຫລືອງປະກອບດ້ວຍສານໄຟໂຕເລສໂຕຣເຈນ ຊ່ວຍໃຫ້ເຊລປະສາດຂອງເຮົາມີຄວາມແຂງແຮງ.
- ກ້ວຍຫອມ: ກ້ວຍຫອມເປັນໝາກໄມ້ທີ່ຫລາຍຄົນມັກຮັບປະທານ ແລະ ເມື່ອກິນເຂົ້າໄປແລ້ວ ກ້ວຍຫອມຈະເຂົ້າໄປກະຕຸ້ນສານເຊໂຣທີນໃຫ້ກັບສະໝອງ ແລະ ຊ່ວຍບຳລຸງຮ່າງກາຍໃຫ້ມີຄວາມແຂງແຮງ.
- ສະຕໍເບີຣີສີແດງ: ສະຕໍເບີຣີສີແດງເປັນໝາກໄມ້ທີ່ມີສານແອນໂທໄຊອະນິນຊ່ວຍບຳລຸງ ແລະ ຮັກສາເຊລສະໝອງໄດ້ດີທີ່ສຸດ.