ມີສາວໆຈຳນວນບໍ່ໜ້ອຍທີ່ກຳລັງຊອກຫາວິທີແກ້ອາການລົງຂາວດ້ວຍຕົນເອງ ບໍ່ວ່າຈະເປັນການກິນຢາ, ສອດຢາ ທັງໝົດເຖິງການໃຊ້ສະໝຸນໄພ ເພື່ອຊ່ວຍບັນເທົາກິ່ນ, ອາການຄັນ ແລະ ແກ້ໄຂລົງຂາວທີ່ເກີດເຊື້ອລາໃນຊ່ອງຄອດໃຫ້ກັບມາເປັນປົກກະຕິ, ແຕ່ສຳລັບໃຜທີ່ຍັງບໍ່ຮູ້ວ່າຈະຕ້ອງເລືອກຫາສະໝຸນໄພຊະນິດໃດມາຮັບປະທານ ຄຽງຄູ່ໄປກັບການຮັກສາລົງຂາວຢູ່ ມື້ນີ້ແອັດມິນໄດ້ຮວບຮວມເອົາສະໝຸນໄພທີ່ມີລິດຕ້ານເຊື້ອ ແລະ ຢັບຢັ້ງການຈະເລີນເຕີບໃຫຍ່ຂອງແບກທີເຣຍໃນຊ່ອງຄອດມາຝາກກັນດັ່ງຕໍ່ໄປນີ້:
- ຫວ່ານຊັກມົດລູກ: ຖືເປັນສຸດຍອດສະໝຸນໄພສຳລັບແມ່ຍິງມາແຕ່ບູຮານ ແລະ ເປັນທີ່ນິຍົມແຜ່ຫລາຍໃນປັດຈຸບັນ ເນື່ອງຈາກໃນຫວ່ານຊັກມົດລູກມີລິດຄ້າຍກັບຮໍໂມນເພດຍິງ (ເອດໂຕເຈນ) ສຳລັບວິທີການອາດເລືອກຮັບປະທານຫວ່ານຊັກມົດລູກແບບສຳເລັດຮູບ ຫລື ນຳຫວ່ານຊັກມົດລູກຕົວຜູ້ມາຊອຍເປັນປ່ຽງ ເອົາໄປຕາກແດດແລ້ວຈຶ່ງນຳມາຕົ້ມກິນເປັນປະຈຳ ຈະຊ່ວຍບຳລຸງຮັກສາ ແລະ ປັບສົມດູນກ່ຽວກັບລະບົບພາຍໃນຂອງຜູ້ຍິງ ບໍ່ວ່າຈະເປັນການເຮັດວຽກຂອງມົດລູກ, ຮວຍໄຂ່ ທັງຍັງຊ່ວຍຮັກສາອາການອັກເສບ ແລະ ຄວາມຜິດປົກກະຕິໃນຊ່ອງຄອດໄດ້ນຳອີກ.
- ຢານາງ: ຫລາຍຄົນອາດຄຸ້ນເຄີຍກັບການນຳມາປຸງແຕ່ງອາຫານ ເປັນຕົ້ນໃສ່ແກງໜໍ່ໄມ້ ເພື່ອຊ່ວຍເພີ່ມຄວາມເຂັ້ມຂຸ້ນ ແລະ ລົດຊາດແຊບ, ແຕ່ຢານາງຍັງເປັນສະໝຸນໄພລິດເຢັນທີ່ມີສັບພະຄຸນເດັ່ນໃນດ້ານການຂັບພິດ, ຫລຸດອາການລົງຂາວ ແລະ ຊ່ວຍຫລຸດອາການອັກເສບພາຍໃນຊ່ອງຄອດໄດ້ເປັນຢ່າງດີ. ພຽງແຕ່ນຳໃບຢານາງສົດມາຕຳ ຫລື ຄັ້ນໃນນ້ຳ ແລ້ວກອງກາກອອກດື່ມຕອນທ້ອງວ່າງ ຫລື ກ່ອນອາຫານມື້ລະ 2-3 ເທື່ອ ອາດເຕີມນ້ຳ ຫລື ນ້ຳກ້ອນ ເພື່ອເຈືອຈາງຄວາມເຂັ້ມຂຸ້ນໄດ້ເຊັ່ນກັນ.
- ລາງຈືດ: ຈັດຢູ່ໃນກຸ່ມພືດທີ່ມີສັບພະຄຸນຊ່ວຍຖອນພິດ, ຕ້ານເຊື້ອແບກທີເຣຍ ໂດຍການຂັບສິ່ງບໍ່ເພິ່ງປະສົງອອກຈາກຮ່າງກາຍ ໂດຍການຮັບປະທານຊາລາງຈືດ. ຜົງລາງຈືດລະລາຍນ້ຳ ຫລື ນ້ຳສ່ວນຕ່າງໆຂອງລາງຈືດ ບໍ່ວ່າຈະເປັນໃບ, ຮາກ, ເຄືອ ມາຕຳ ຫລື ຄັ້ນເອົາແຕ່ນ້ຳ ແລ້ວນຳໄປຕົ້ມດື່ມ. ນອກຈາກຈະຊ່ວຍຫລຸດເຊື້ອລາໃນຊ່ອງຄອດໄດ້ແລ້ວ ຍັງຊ່ວຍແກ້ອາການປະຈຳເດືອນມາບໍ່ປົກກະຕິ ແລະ ບຳລຸງຜິວໃຫ້ສົດໃສ.
- ກະຊາຍດຳ: ເຖິງວ່າຈະເປັນສະໝຸນໄພລົດເຜັດຮ້ອນທີ່ຊ່ວຍຂັບລົມ ຫລຸດອາການຈຸກສຽດໄດ້, ແຕ່ກະຊາຍຍັງມີລິດທາງຢາແກ້ອັກເສບທີ່ຊ່ວຍຫລຸດອາການຄັນ ແລະ ລົງຂາວຜິດປົກກະຕິໄດ້ ອາດເລືອກກິນກະຊາຍແບບສົດໆ ໂດຍການນຳມາປຸງໃສ່ອາຫານ ຫລື ກິນກະຊາຍເມັດມື້ລະ 2-3 ເມັດ ກໍຈະຊ່ວຍຮັກສາອາການລົງຂາວໃຫ້ຫລຸດລົງໄດ້ ແລະ ເປັນປົກກະຕິໄດ້ໃນທີ່ສຸດ.
- ຮາກສາມສິບ: ສະໝຸນໄພສຳລັບຜູ້ຍິງທີ່ຊ່ວຍບຳລຸງສຸຂະພາບໃຫ້ແຂງແຮງ ທັງຍັງມີລິດເປັນກົດອ່ອນໆທີ່ຊ່ວຍຕໍ່ຕ້ານເຊື້ອແບກທີເຣຍ ແລະ ເຊື້ອລາ ເພື່ອຂ້າເຊື້ອພະຍາດຕ່າງໆພາຍໃນຊ່ອງຄອດ ແລະ ຫລຸດກິ່ນເໝັນ ແລະ ແກ້ອາການລົງຂາວໄດ້ເປັນຢ່າງດີ ໂດຍສ່ວນຫລາຍແລ້ວມັກນິຍົມກິນສະໝຸນໄພຊະນິດນີ້ແບບສຳເລັດຮູບ.
- ມຸນເພີງແດງ: ເອີ້ນໄດ້ວ່າເປັນສະໝຸນໄພຫລາຍປະໂຫຍດອີກຊະນິດໜຶ່ງ ທີ່ມີສັບພະຄຸນຊ່ວຍແກ້ພະຍາດຜູ້ຍິງ ເຊັ່ນອາການລົງຂາວ ເຊິ່ງເກີດຈາກເຊື້ອລາໃຫ້ກັບມາເປັນປົກກະຕິ ທັງຍັງຊ່ວຍຂັບປະຈຳເດືອນນຳອີກ ດ້ວຍການນຳເອົາຮາກແຫ້ງມາຕົ້ມກັບນ້ຳດື່ມ 2 ຈອກ ແລ້ວດື່ມເທື່ອລະ 1\4 ຂອງຈອກ ຈະຊ່ວຍຕໍ່ຕ້ານເຊື້ອແບກທີເຣຍທີ່ຢູ່ໃນຊ່ອງຄອດໃຫ້ກັບມາຫາຍໄດ້ໄວ.
ເຖິງຢ່າງໃດກໍດີ, ສະໝຸນໄພເຫລົ່ານີ້ຖືໄດ້ວ່າຊ່ວຍຫລຸດບັນຫາລົງຂາວ ບໍ່ຕ້ອງນັ່ງກຸ່ມໃຈໄດ້ໃນລະດັບໜຶ່ງເທົ່ານັ້ນ ທາງທີ່ດີສາວໆຄວນຮັກສາຄວາມສະອາດ ແລະ ເບິ່ງແຍງພາຍໃນຕົວເອງໃຫ້ສະອາດ ແລະ ບໍ່ອັບຊຸ່ມຢູ່ສະເໝີ.