- ການປູກຫອມລາບເພື່ອຂາຍ ຫລື ເປັນໜານໃຫຍ່.
- ການກຽມດິນ
ການປູກຫອມລາບໃນໜານຈຳເປັນຕ້ອງຍົກຮອງໜານໃຫ້ສູງ ເນື່ອງຈາກຫອມລາບເປັນຜັກ ທີ່ບໍ່ມັກນ້ຳຂັງ ກ່ອນນັ້ນຈຳເປັນຕ້ອງໄຖປົກດິນ, ຕາກດິນ ແລະ ກຳຈັດສັດຕູພືດກ່ອນ ແລະ ກ່ອນໄຖເປັນຮ່ອງໃຫ້ຫວ່ານປຸ໋ຍຄອກໃນອັດຕາ 3 ໂຕນຕໍ່ໄລ່ ພ້ອມກັບປຸ໋ຍເຄມີສູດ 15-15-15 ໄລຍະຮ່ອງກວ້າງປະມານ 1.5-2 ແມັດ ສູງປະມານ 15-20 ຊັງຕີແມັດ. ໄລຍະຄວາມຍາວຕາມຄວາມເໝາະສົມ.
- ການກຽມກິ່ງ/ເຫງົ້າພັນ.
ການປູກຫອມລາບ ນິຍົມປູກແບບເຫງົ້າ ຫລື ການປັກຊຳລຳຕົ້ນ ເຊິ່ງຄວນເລືອກລຳຕົ້ນທີ່ມີຄວາມຍາວປະມານ 8-10 ຊັງຕີ. ແລ້ວໃຫ້ເດັດຍອດປະໄວ້ກ່ອນຈິ່ງນຳມາປູກ ເຮົາຄວນປູກທັນທີຫລັງການຖອນຕົ້ນ ຫລື ຕັດຕົ້ນມາ ແຕ່ການກະເສດບາງພື້ນທີ່ໃຊ້ເຕັກນິກເພື່ອເລັ່ງຮາກໃຫ້ງອກໄວ ດ້ວຍການນຳລຳຕົ້ນມາແຊ່ນ້ຳຈົນມີຮາກເກີດກ່ອນນຳໄປປູກໃນໜານ.
- ຂັ້ນຕອນການປູກ
ໄລຍະການປູກໃນແຕ່ລະຕົ້ນປະມານ 10-15 ຊັງຕີແມັດ. ໂດຍປັກລຳຕົ້ນລົງດິນປະມານ 3 ຊັງຕີແມັດ. ເຊິ່ງຕ້ອງລະວັງໃຫ້ປັກສ່ວນໂຄນຕົ້ນລົງ ຫລັງການປູກແລ້ວຫົດນ້ຳໃຫ້ພໍຊຸ່ມ.
- ການຫົດນ້ຳ
ຫອມລາບ ເປັນຜັກທີ່ມັກດິນຊຸ່ມຊື່ນຕະຫລອດ ແຕ່ຫ້າມມີນ້ຳຂັງ ດັ່ງນັ້ນຫລັງການປູກຕ້ອງຫົດນ້ຳທຸກມື້, ມື້ລະ 1-2 ຄັ້ງ ຈົນຮອດໄລຍະທີ່ກິ່ງພົ້ນຂຶ້ນມາ ຫລັງຈາກນັ້ນຄ່ອຍຫລຸດການຫົດນ້ຳມື້ເວັ້ນມື້.
- ການໃສ່ປຸ໋ຍ
ຫລັງການປູກໄດ້ປະມານ 1 ອາທິດໃຫ້ໃສ່ປຸ໋ຍສູດ 15-15-15 ຫລື ປຸ໋ຍ ປະມານ 20 ກິໂລກຣາມ ແລ້ວຫລັງຈາກນັ້ນອີກ 2 ອາທິດ ໃສ່ປຸ໋ຍສູດ 24-12-12 ໃນອັດຕາດຽວກັນ ເພື່ອເລັ່ງໃຫ້ໃບຂຽວດົກ ແລະ ຫາກເດັດແລ້ວ 5-7 ມື້ ໃຫ້ໃສ່ປຸ໋ຍອີກຄັ້ງ.
ນອກຈາກນີ້ ຄວນຫວ່ານໂຮຍດ້ວຍປຸ໋ຍຄອກລວມກັນເປັນປະຈຳ ໃນໄລຍະປູກແມ່ນ 2 ອາທິດ ແລະ ໃນໄລຍະຫລັງການຕັດທຸກຄັ້ງຮ່ວມກັບປຸ໋ຍເຄມີ ອັດຕາປຸ໋ຍຄອກທີ່ໃສ່ປະມານ 2-3 ໂຕນຕໍ່ໄລ່.
- ການເກັບຍອດ
ຫລັງຈາກການປູກແລ້ວປະມານ 45-50 ມື້, ຫອມລາບຈະເລີ່ມເກັບຍອດໄດ້ການເກັບແຕ່ລະຄັ້ງຄວນໃຊ້ການຕັດ ເພາະຫາກໃຊ້ມືອາດເຮັດໃຫ້ລຳຕົ້ນ ແລະ ຈະເກັບໄດ້ອີກຄັ້ງປະມານ 15-20 ມື້.
- ການປູກເພື່ອກິນເອງ
ການປູກເພື່ອກິນເອງໃນຄອບຄົວ ຈະປູກໃນໜານຢູ່ຫລັງເຮືອນປູກໃນກະຖັງກໍດິນຈີ່ ຫລື ກະຖັງປຣາລາສະຕິກ.
ການປູກໃນໜານນັ້ນ ມັກນິຍົມກຽມໜານຂະໜາດນ້ອຍ ພໍໃຫ້ເກັບຍອດໄດ້ສະດວກ ດ້ວຍການຂຸດພວນດິນ ແລະ ກຳຈັດສັດຕູພືດ ເຊິ່ງອາດຕາກດິນ ຫລື ບໍ່ຕ້ອງຕາກດິນເລຍ ຫລັງຈາກນັ້ນ ຈະຕີດິນໃຫ້ແຕກ ແລະ ຮ່ວມຊຸມ ພ້ອມກັບເຮັດຮ່ອງ ຫລື ຍົກໜານນ້ອຍກ່ອນນຳຕົ້ນພັນມາປູກ ໂດຍໄລຍະປູກປະມານ 10-15 ຊັງຕີແມັດ. ຫລື ອາດຫ່າງກວ່ານີ້.
ສ່ວນການປູກແບບອື່ນທີ່ນິຍົມ ໄດ້ແກ່ການປູກໃນດິນຈີ່ ຫລື ກະຖັງດິນ ແລະ ກະຖັງປຣາລາສະຕິກ ເຊິ່ງມີພື້ນທີ່ຈຳກັດ ແລະ ຕ້ອງໃຊ້ດິນທີ່ປະສົມກັບແກບດຳ ຫລື ແກບດິບເພື່ອປະສົມກັບວັດຖຸອື່ນເຊັ່ນ: ເປືອກໝາກພ້າວ ແຕ່ທີ່ຂາດບໍ່ໄດ້ຄື ປຸ໋ຍຄອກ ໂດຍອັດຕາສ່ວນດິນ ປຸ໋ຍຄອກ ແລະ ວັດຖຸອື່ນທີ່ປະສົມ 1:2:1
ສຳລັບຈຳນວນຕົ້ນທີ່ປູກໃນກະຖັງນັ້ນ ຂຶ້ນຢູ່ກັບຂະໜາດພື້ນທີ່ ເຊິ່ງຄວນມີໄລຍະຫ່າງຂອງຕົ້ນປະມານ 5-10 ຊັງຕີແມັດ.
ຮຽບຮຽງໂດຍ: ຂັນ