ສາລະໜ້າຮູ້ມື້ນີ້ພວກເຮົາ raotor.org ແລະ ເພຈ: ແບ່ງປັນສາລະໜ້າຮູ້ ຈະມາແຈກສູດວິທີປູກຜັກບົ້ງລອຍນ້ຳກັນໃຫ້ທຸກໆທ່ານແບບຟຮີໆ ແບບບໍ່ຕ້ອງເສຍເງິນຊື້ ມາອ່ານນຳກັນວ່າເຮັດແນວໃດກັນເລີຍ.
ໃນຍຸກນີ້ໃຜໆກໍນິຍົມຜັກປອດສານພິດກັນທົ່ວບ້ານທົ່ວເມືອງ ແຕ່ຖ້າຈະຊື້ກໍຄົງບໍ່ໄຫວ ເພາະຜັກທີປອດສານພິດມັກມີລາຄາສູງ ບາງຄັ້ງສູງກວ່າຊີ້ນສັດແຊບໆຫລາຍຢ່າງດ້ວຍຊ້ຳ.
ດ້ວຍເຫດຜົນນີ້ເຮົາຈຶ່ງຄວນຮູ້ວິທີປູກຜັກເອງ ເພື່ອຈະໄດ້ປະຫຍັດເງິນສ່ວນນີ້ໄປໄດ້ ຊຶ້ງຜັກທີ່ເຮົາຈະສອນປູກກັນໃນມື້ນີ້ກໍຄືຜັກຍອດນິຍົມທີ່ຄົນລາວມັກນິຍົມກິດໄດ້ກິນດີ ກິນບໍ່ມີເບື່ອ… ມາເບິ່ງວິທີການປູກນຳກັນເລີຍ
ສຳຫລັບການປູກຜັກບົ້ງໄວ້ກິນເອງງ່າຍໆ ຢູ່ບ້ານຢູ່ເຮືອນ ກໍ່ມີອຸປະກອນດັ່ງນີ້:
1.ກະຕ່ານ້ອຍໆ
2. ຖັງນ້ຳນ້ອຍໆ ຫລື ແອ່ງນ້ອຍໆ ທີ່ພໍດີກັບກະຕ່າ
3. ນ້ຳສະອາດ
4. ແລະ ແກ່ນຜັກບົ້ງ (ຜັກບຸ້ງຈີນຫລືທຳມະດາ ທີ່ຫາຊື່ຕາທ້ອງຕະຫລາດໄດ້)
ວິທີການປູກ
ວິທີການເຮັດນັ້ນງ່າຍໆ ໃຊ້ພຽງແຄ່ຂໍ້ປະຕິບັດ 6 ຂໍ້ນີ້ເທົ່ານັ້ນ
1.ເອົາແກ່ນຜັກບົ້ງໃສ່ໃນກະຕ່າ ແລ້ວນຳໄປວາງໄວ້ໃນຖັງຫລືແອ່ງໃສ່ນ້ຳ ໃຫ້ນ້ຳພໍຖ້ວມແກ່ນຜັກບົ້ງໜ້ອຍໜຶ່ງແຊນ້ຳໄວ້ 1 ຄືນ
2. ຊອກຖາດທີ່ມີຮູເຈາະດ້ານລຸ່ມໃຫ້ນ້ຳເຂົ້າເຖິງໄດ້ແລະຮາກຜັກບົ້ງຮອດລົງນ້ຳໄດ້ພໍດີ ບໍ່ຕ້ອງຮູກວ້າງເອົາແບບຕາຖີ່ໆ ເລີຍ
3. ຫາຟອງນ້ຳໝາປະມານ 1 ນິ້ວ ຫລື ຖ້າບໍ່ມີກໍໃຊ້ສຳລີຫລືເຈ້ຍຊຸບນ້ຳໃຫ້ຊຸ່ມວາງຮອງພຶ້ນກະຕ່າ ແລະ ໃຫ້ບົ່ມແກ່ນແລະມົກໄວ້ເພຶ່ອຮັກສາຄວາມຊຸ່ມໄວ້ໃນວັດສະດຸນັ້ນ.
4. ວາງລອຍຖາດໃນພາຊະນະເກັບນ້ຳ ໃຫ້ພຶ້ນກະຕ່າແຕ່ແຕະນ້ຳ ໃນນ້ຳໃສ່ຝຸ່ນພ້ອມ ໂດຍຝຸ່ນນັ້ນແລ້ວແຕ່ມາກ ຖ້າໃຫ້ດີແທ້ໆ ແນະນຳວ່າໃຊ້ຝຸ່ນຄອກຈະດີກວ່າ
5. ເມື່ອເວລາຜ່ານໄປໄລຍະໜຶ່ງ 2-3 ມື້ ແກ່ນຜັກບົ້ງກໍຈະເລີ່ມງອກອອກມາ ຢ່າງທີ່ເຫັນຕາມຮູບ
6. ນຳໄປວາງໄວ້ໃນທີ່ໆມີແສງ ຮອດເວລາໃຫ້ຜັກບົ້ງຂອງເຮົາຈະເລີນເຕີບໃຫ່ຍ ກໍ່ສາມາດເກັບມາກິນໄດ້ເລີຍ ແຄ່ປະມານ 10 ກວ່າມຶ້ ເຖິງ 20 ກໍເກັບຜັກບຸ້ງກິນໄດ້ແລະນຳໄປຂາຍໄດ້ແລ້ວ.
ແຕ່ຖ້າຢາກໃຫ້ຜັກບົ້ງໃຫ່ຍໄວ ໃຜຈະເຕີມຝຸ່ນລົງໄປຫລືບໍ່ກໍ່ໄດ້ ຕາມແຕ່ຄວາມຕ້ອງການຂອງເຮົາເອງ ແຕ່ແນະນຳໃຫ້ເປັນຝຸ່ນທຳມະຊາດເດີຈະດີກວ່າ ເພາະເຮົາປູກເອງກິນເອງຈະໄດ້ປອດໄພ ໃຊ້ເວລາປູກພຽງບໍ່ຈັກມື້ເຮົາກໍ່ຈະໄດ້ກິນຜັກບົ້ງສົດໆ ກອບໆ ແຕ່ໄດ້ປະໂຫຍດຄົບຖ້ວນແລ້ວ
ຫລືຖ້າໃຜມີເວລາມີພື້ນທີ່ກໍ່ສາມາດປູກສົ່ງຂາຍທີ່ຕະຫລາດກັນໄດ້ເລີຍ ເພາະຄວາມຕ້ອງການບໍລິໂພກນັ້ນສູງຢູ່ແລ້ວ
ຖືວ່າວິທີນີ້ເປັນການປູກແບບງ່າຍໆ ເນັ້ນລາຄາປະຫຍັດ ແລະ ເໜາະສຳລັບການປູກກິນເອງເທົ່ານັ້ນ ວິທີທີ່ວ່ານີ້ຈະບໍ່ໄດ້ໃຊ້ດິນ ໃຊ້ແຕ່ນ້ຳຢ່າງດຽວ ແຄ່ເລີ່ມຕົ້ນປູກຄັ້ງທຳອິດ ເບິ່ງແຍຄັ້ງດຽວ ແລ້ວບໍ່ຕ້ອງຫົດນ້ຳອີກເລຍ ລໍຖ້າເກັບກິນຢ່າງດຽວ
ວິທີປູກຜັກທັ້ງງ່າຍ ສະດວກ ແລະ ປອດໄພ ປາສະຈາກສານພິດແບບນີ້ ຄົນມາກກິນຜັກຕ້ອງລອງເຮັດເບິ່ງກັນແລ້ວງານນີ້ ວິທີນີ້ຊ່ວຍໃຫ້ທ່ານໄດ້ກິນຂອງດີ ແຊບ ແລະ ແຖມຍັງຊ່ວຍປະຫຍັດເງິນໃນກະເປົ໋າເຮົາອີກຕ່າງຫາກ ໃຜມີພຶ້ນທີ່ທີ່ເຮືອນວ່າງໆ ກໍລອງປູກຜັກບົ້ງກິນເອງກັນໄດ້ ຫລື ຈະປູກຜັກອື່ນໆກໍ່ໄດ້ບໍ່ວ່າກັນ ຈະໄດ້ຮັບສານອາຫານທີ່ຫລາກຫລາຍໆຂຶ້ນອີກດ້ວຍ.