ໄຮຂາວອາການໃບຂອງໝາກເຜັດຈະງໍມ້ວນລົງ ເຮັດໃຫ້ຕົ້ນໝາກເຜັດບໍ່ຈະເລີນເຕີບໃຫຍ່ ຢຸດການອອກດອກ.
ເພ້ຍໄຟອາການຂອງໃບໝາກເຜັດຈະງໍມ້ວນຂຶ້ນ ໝາກເຜັດກຳລັງອອກດອກຈະເຮັດໃຫ້ດອກຫລົ່ນ ກຳລັງຕິດໝາກຈະເຮັດໃຫ້ໝາກບິດງໍ. ໄຮຂາວ ຫລື ເພ້ຍໄຟໂຕນ້ອຍຫລາຍເບິ່ງດ້ວຍຕາເປົ່າຍາກ ລອງເອົາຍອດມາເຄາະກັບເຈ້ຍສີຂາວຈະເຫັນຊັດເຈນ.
ວິທີແກ້: ເອົານ້ຳຢາລ້າງຖ້ວຍ 3 ຝາ ປະສົມກັບນ້ຳ 20 ລິດ ສີດພົ່ນທີ່ຕົ້ນໝາກເຜັດຈະພົບວ່າມີໂຕຂາວໆບິນອອກມາ ແລະ ຕົກລົງສູ່ພື້ນດິນ ແລະ ເຮັດການເດັດຍອດໝາກເຜັດທີ່ເກີດອາການຖິ້ມ ແລະ ຕາມດ້ວຍສີດນ້ຳໝັກຊີວະພາບ ເພື່ອບຳລຸງຕົ້ນ ຫລື ຈະໃຊ້ກະທຽມສົດ 1 ກກ ຕຳໃຫ້ລະອຽດແຊ່ໃນນ້ຳຮ້ອນ 1 ລິດ ປະມານ 24 ຊົ່ວໂມງ ໄດ້ຫົວເຊື້ອ. ອັດຕາໃຊ້ຫົວເຊື້ອທັງໝົດປະສົມກັບນ້ຳ 60 ລິດ ສີດພົ່ນທົ່ວຕົ້ນທຸກ 3-5 ວັນ ສັດຕູພືດດ້ວງໝັດຜັກ, ດ້ວງປີກແຂງ, ດ້ວງງວງກັດໃບ, ເພ້ຍອ່ອນ, ເພ້ຍໄຟ ແລະ ອື່ນໆ.
ນ້ຳໝັກຊີວະພາບຈາກໜໍ່ກ້ວຍ: ໜໍ່ກ້ວຍນ້ອຍ ຫລື ໃບຈຳນວນ 3 ໃບ ສູງປະມານ 1 ມ 3 ກິໂລກຣາມ, ກາກນ້ຳຕານ 1 ກິໂລກຣາມ ຫາກບໍ່ມີກາກນ້ຳຕານໃຫ້ໃຊ້ນ້ຳຕານແທນ 2 ກິໂລ, ນ້ຳ 1 ລິດ.
ວິທີເຮັດ: ເອົາໜໍ່ກ້ວຍມາຊອຍໃຫ້ລະອຽດເປັນຕ່ອນນ້ອຍໆ ສາມາດໃຊ້ໄດ້ທັງຮາກ ໂດຍບໍ່ຕ້ອງລ້າງນ້ຳ ຈາກນັ້ນເອົາໜໍ່ກ້ວຍທີ່ໄດ້ມາຊັ່ງນ້ຳໜັກລະລາຍກາກນ້ຳຕານໃນນ້ຳ 1 ລິດ ຄົນໃຫ້ເຂົ້າກັນຕື່ມກາກນ້ຳຕານທີ່ລະລາຍນ້ຳ 1 ລິດ ຖອກລົງຖັງຄົນໃຫ້ເຂົ້າກັນປິດຝາໄວ້ບ່ອນຮົ່ມ ໝັກປະໄວ້ 7 ວັນ ສາມາດນຳມາໃຊ້ໄດ້ (ປະໄວ້ໄດ້ 6 ເດືອນ).
ການນຳໃຊ້: ນ້ຳໝັກຊີວະພາບຈາກໜໍ່ກ້ວຍ 20 ຊີຊີ ປະສົມນ້ຳ 20 ລິດ ນຳມາສີດພົ່ນ ຫລື ຫົດຕົ້ນໄມ້ອາທິດລະ 1 ຄັ້ງ.