ຫອມປ້ອມ ເປັນຜັກທີ່ປູກງ່າຍ ເພາະສາມາດປູກໄດ້ທຸກສະພາບດິນ ໂດຍບໍ່ໃຊ້ດິນເລີຍຍັງໄດ້.
ວິທີການປູກຫອມປ້ອມ
- ການເລືອກເມັດພັນຫອມປ້ອມ ເມັດພັນຫອມປ້ອມທີ່ນິຍົມປູກເນື່ອງຈາກປູກງ່າຍ ຫາຊື້ງ່າຍຕາມຕະຫລາດທົ່ວໄປ ແລະ ຈະເລີນງອກງາມດີ ໄດ້ແກ່ພັນ ເມັດຫອມປ້ອມສິງກະໂປ ແລະ ເມັດຫອມປ້ອມໄຕ້ຫວັນ.
- ການກຽມດິນເພື່ອປູກຫອມປ້ອມ ການປູກຫອມປ້ອມສາມາດປູກໄດ້ທັງໃນໂຖ ແລະ ປູກໃນໜານດິນ. ການປູກໃນໂຖເໝາະສຳລັບທ່ານທີ່ຕ້ອງການປູກຮັບປະທານເອງ ແລະ ການປູກໃນໜານດິນເປັນການປູກເພື່ອຈຳໜ່າຍ. ສຳລັບທ່ານທີ່ຕ້ອງການປູກໃນໜານດິນຄວນຂຸດດິນ ຫລື ພວນດິນຂຶ້ນມາຕາກແດດໄວ້ກ່ອນ 5-7 ວັນ ແລ້ວພວນດິນອີກ ເພື່ອໃຫ້ດິນມີລວນ ແລະ ປະສົມປຸຍຄອກ ຫລື ປຸຍສົດ.
- ເມື່ອໄດ້ເມັດຫອມປ້ອມມາແລ້ວ ໃຫ້ທຸບເມັດຫອມປ້ອມໃຫ້ແຕກອອກເປັນ 2 ສ່ວນກ່ອນ (ສຳຄັນຫລາຍ) ແລ້ວຈຶ່ງເອົາໄປແຊ່ນ້ຳ 1-3 ວັນ (ແນະນຳການແຊ່ນ້ຳຄວນເອົາຜ້າມາຫໍ່ໄວ້). ການທຸບເມັດຫອມປ້ອມຈະເຮັດໃຫ້ຫອມປ້ອມຈະເລີນເຕີບໃຫຍ່ງ່າຍ ແລະ ໄວ ສຳຄັນເມັດຫອມປ້ອມທີ່ຈະເອົາມາປູກຄວນເປັນເມັດຫອມປ້ອມທີ່ໃໝ່ ເພາະເມັດຫອມປ້ອມເກົ່າທີ່ເປັນລາປູກແນວໃດກໍບໍ່ຂຶ້ນ.
- ເມື່ອແຊ່ເມັດຫອມປ້ອມແລ້ວ ເອົາໄປຕາກລົມ ເມື່ອເມັດຫອມປ້ອມເລີ່ມງອກອອກກໍເອົາໄປຫວ່ານ.
- ກ່ອນການເອົາເມັດຫອມປ້ອມໄປຫວ່ານຄວນຫົດນ້ຳໃຫ້ຊຸ່ມທົ່ວໜານ ແລ້ວຈຶ່ງເອົາເມັດຫອມປ້ອມໄປຫວ່ານ ແລະ ຄຸມດ້ວຍເຟືອງ ເພື່ອປ້ອງກັນຕົ້ນອ່ອນຈາກແສງແດດ ແລະ ຮັກສາຄວາມຊຸ່ມຊື່ນຂອງດິນ.
- ການຫົດນ້ຳ ແລະ ການກຳຈັດວັດສະພືດ ຫອມປ້ອມເປັນຜັກທີ່ຕ້ອງການນ້ຳຫລາຍ. ດັ່ງນັ້ນ ຄວນຫົດນ້ຳຢ່າງສະໝໍ່າສະເໝີວັນລະ 2 ຄັ້ງ ແຕ່ຢ່າຫົດນ້ຳຫລາຍເກີນໄປ ເພາະຫອມປ້ອມບໍ່ມັກນ້ຳທີ່ຂັງ ຈະເຮັດໃຫ້ຫອມປ້ອມເນົ່າງ່າຍ, ສ່ວນການກຳຈັດວັດສະພືດຄວນກຳຈັດຢ່າງທັນທີ ໂດຍໃຊ້ມືຫລົກອອກ ເພາະວັດສະພືດຈະມາຍາດນ້ຳຈາກຫອມປ້ອມເຮັດໃຫ້ຜັກບໍ່ຈະເລີນເຕີບໃຫຍ່.
- ການໃສ່ປຸຍໃຫ້ຫອມປ້ອມຫລັງຈາກແຕກໃບແລ້ວແນະນຳໃຫ້ໃສ່ປຸຍໝັກ.
ການເກັບກ່ຽວຫອມປ້ອມ
ຫອມປ້ອມຈະເລີ່ມເກັບກ່ຽວໄດ້ເມື່ອອາຍຸປະມານ 40-45 ວັນ ກ່ອນການເກັບກ່ຽວຄວນຫົດນ້ຳໃຫ້ຊຸ່ມທົ່ວໜານ ເພື່ອການຫລົກຫອມປ້ອມງ່າຍຂຶ້ນ ເຮັດໃຫ້ຕົ້ນບໍ່ຂາດ. ການເກັບກ່ຽວຫອມປ້ອມເຮັດໄດ້ໂດຍການໃຊ້ມືຈັບທີ່ຮາກແລ້ວດຶງຂຶ້ນມາ ຟິດໃຫ້ດິນອອກ ແລ້ວເອົາໄປລ້າງນ້ຳ ເດັດໃບສີເຫລືອງ ຫລື ໃບທີ່ເນົ່າອອກ ມັດໆແລ້ວໃສ່ກະຕ່າເພື່ອທຳການຂົນສົ່ງຕໍ່ໄປ. ຕົ້ນຫອມປ້ອມທີ່ເປັນສີຂຽວສະໝໍ່າສະເໝີຈະຂາຍໄດ້ລາຄາດີ.
ພະຍາດ ແລະ ແມງໄມ້ສັດຕູພືດຂອງຫອມປ້ອມ
ພະຍາດທີ່ເປັນງ່າຍ ແລະ ພົບເຫັນເລື້ອຍໆ ຄືພະຍາດໃບເນົ່າເຫລືອງ ແລະ ສັດຕູພືດຂອງຫອມປ້ອມ ຄືເພ້ຍ ແກ້ໄຂໂດຍການໃຊ້ເຄື່ອງພົ່ນຢາສະພາຍຫລັງສີດພົ່ນຢາ.
ຫອມປ້ອມ ເປັນຜັກທີ່ຕ້ອງການຂອງຕະຫລາດ ແລະ ລາຄາສູງ, ຫອມປ້ອມເປັນຜັກທີ່ມີປະໂຫຍດ ໃຊ້ໄດ້ທັງຕົ້ນ ແລະ ໃບທີ່ໃຊ້ນຳໄປປຸງແຕ່ງອາຫານ, ສ່ວນຮາກນຳມາຕຳເພື່ອເປັນເຄື່ອງແກງເນື່ອງຈາກມີກິ່ນຫອມເຮັດໃຫ້ເພີ່ມລົດຊາດຂອງອາຫານໃຫ້ແຊບຂຶ້ນ.
ການປູກຫອມປ້ອມ:
- ໝັ່ນຫົດນ້ຳ
- ໃຫ້ຫອມປ້ອມຖືກແດດຕະຫລອດ ຫລື ເກືອບໝົດມື້
- ດິນຕ້ອງຮ່ວນຊຸນ ບໍ່ຂັງນ້ຳ
- ຖ້າຫອມປ້ອມງອກແລ້ວໃບຫງິກ ສະແດງວ່າມີເພ້ຍໄຟ
- ລະວັງມົດ