ໝາກນາວເປັນໝາກໄມ້ຊະນິດໜຶ່ງທີ່ມີວິຕາມິນຊີສູງ, ນິຍົມບໍລິໂພກຫລາຍໃຫ້ຄຸນປະໂຫຍດໄດ້ທັງນ້ຳ ແລະ ເປືອກ ເພາະໝາກນາວມີກົດອິນຊີຫລາຍຊະນິດເຊັ່ນ: ກົດຊີຕິກ ,ກົດມາລິດ ແລະ ວິຕາມິນຊີ ເຊິ່ງໄດ້ມາຈາກນ້ຳຫມາກນາວ, ຍັງຊ່ວຍເສີມສ້າງໃຫ້ຮ່າງກາຍແຂງແຮງ, ຕ້ານທານກັບພະຍາດໄດ້ດີ ,ໝາກນາວຍັງມີຄຸນປະໂຫຍດທາງການຢາ ເປັນຕົ້ນຊ່ວຍຮັກສາໂລກເລືອດອອກຕາມແຂ້ວ, ອາການທ້ອງອືດ ,ຂັບລົມ ,ແກ້ວິນວຽນ .ນອກຈາກນີ້ ຍັງມີຄຸນປະໂຫຍດດ້ານຄວາມງາມນຳອີກ.
ໝາກນາວເປັນພືດທີ່ສາມາດປູກໄດ້ໃນດິນເກືອບທຸກຊະນິດ ບໍ່ວ່າຈະເປັນດິນໜຽວ, ດິນຊາຍ,ແຕ່ຖ້າຕ້ອງການຈະປູກໝາກນາວໃຫ້ໃຫຍ່ໄວ, ມີໝາກດົກ ແລະ ຄຸນນະພາບດີ ກໍຄວນຈະປູກໃນບ່ອນທີ່ເປັນດິນຜຸຜຸ່ຍ ,ມີການລະບາຍນ້ຳໄດ້ດີ, ມີທາດຈຸລິນຊີປະສົມຢູ່ຫລາຍ ແລະ ຄວນເລືອກບ່ອນທີ່ຢູ່ໃກ້ແຫລ່ງນ້ຳ .
ການກຽມເນື້ອທີ່ປູກ: ຖ້າຫາກເນື້ອທີ່ຕ່ຳໃຫ້ເຮັດຄັນດິນ ໂດຍໃຫ້ກວ້າງປະມານ 6-8 ແມັດສ່ວນຄວາມສູງແມ່ນໃຫ້ສັງເກດຈາກປະລິມານນ້ຳທີ່ເຄີຍຖ້ວມ ໂດຍໃຫ້ຢູ່ສູງກວ່າແນວລະດັບນ້ຳຖ້ວມ50 ຊັງຕີແມັດ, ແທງຮ່ອງ ຫລື ສອຍຮ່ອງປະຕູນ້ຳເພື່ອລະບາຍນ້ຳອອກ, ຂະຫນາດຮ່ອງກວ້າງ 1,5 ແມັດ, ເລິກ 1 ແມັດ ,ເນື້ອທີ່ຮ່ອງກວ້າງ 0,5-0,7 ແມັດ, ໃຊ້ໄລຍະປູກ 5×5 ແມັດ .ຖ້າຫາກເນື້ອທີ່ປູກເປັນດອນຄວນໄຖພູນເພື່ອກຳຈັດຫຍ້າ ແລະ ເຮັດໃຫ້ດິນແຕກອອກຈາກກັນ, ໃຊ້ໄລຍະໃນການປູກ 4×46×6 ແມັດ ທຸກຢ່າງແມ່ນຂຶ້ນຢູ່ກັບຄວາມອຸດົມສົມບູນຂອງດິນ .
ວິທີການປູກ: ຄວນປູກໃນລະດູຝົນຈະເປັນການດີ ເພາະລະດູຝົນຈະເຮັດໃຫ້ດິນອ່ອນ ,ການຂຸດຂຸມງ່າຍ, ຄວນຂຸດຂຸມປູກໃຫ້ມີຂະຫນາດກວ້າງ ແລະ ເລິກປະມານ 50 ຊັງຕີແມັດ ປະສົມດິນ ຝຸ່ນຄອກ ແລະ ປຸ໋ຍຣ໌ອດຟໍສເຟດເຂົ້າດ້ວຍກັນໃນຂຸມໃຫ້ສູງປະມານ 2 ໃນ 3 ຂອງຂຸມ ຍົກຖົງກ້າເບ້ຍໄມ້ວາງໃນຂຸມ ໂດຍໃຫ້ລະດັບຂອງດິນໃນຖົງສູງກວ່າລະດັບດິນປາກຂຸມເລັກນ້ອຍໃຊ້ມີດທີ່ຄົມແລ່ງຖົງຈາກກົ້ນຖົງຂຶ້ນມາຮອດປາກຖົງທັງສອງດ້ານຊ້າຍ ແລະ ຂວາ ດຶງຖົງຢາງອອກໂດຍລະວັງຢ່າໃຫ້ຖົງແຕກແລ້ວຖົມດິນທີ່ເຫລືອລົງໃນຂຸມ ,ຂົ່ມດິນບໍລິເວນຕົ້ນໃຫ້ແໜ້ນ ປັກໄມ້ຫລັກ ແລະ ມັດເຊືອກໄວ້ເພື່ອປ້ອງກັນລົມພັດແຮງ ຫາຫຍ້າ ຫລື ເຟືອງແຫ້ງມາປົກບໍລິເວນຕົ້ນຫົດນ້ຳໃຫ້ຊຸ່ມ ,ເຮັດຮົ່ມເພື່ອຊ່ວຍກັນແສງແດດ .
ການດູແລຮັກສາ: ຄວນໃຫ້ນ້ຳຢ່າງສະໝໍ່າສະເໝີ ໂດຍສະເພາະໃນໄລຍະທີ່ປູກໃໝ່ໆ ຫົດນ້ຳມື້ລະເທື່ອເປັນຢ່າງໜ້ອຍ (ກໍລະນີຝົນບໍ່ຕົກ) ຫລັງຈາກປູກໄດ້ປະມານ 15ມື້ ໝາກນາວສາມາດຕັ້ງຕົ້ນໄດ້ແລ້ວຫົດນ້ຳເດືອນລະ 3-2 ເທື່ອ ແລະ ຄວນຫາວັດຖຸມາປົກດິນບໍລິເວນຕົ້ນເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນ ,ຄວນເລີ່ມງົດການໃຫ້ນ້ຳຕັ້ງແຕ່ໄລຍະເດືອນມີນາເປັນຕົ້ນໄປຈົນເຖິງໄລຍະອອກດອກເພື່ອໃຫ້ໝາກນາວສະສົມອາຫານໃຫ້ສູງເຖິງລະດັບທີ່ສາມາດສ້າງຕາດອກໄດ້ ,ປົກກະຕິໝາກນາວຈະອອກ ດອກເດືອນເມສາຫາເດືອນພຶດສະພາ ,ຫລັງຈາກໝາກນາວອອກດອກ ແລະ ກຳລັງເປັນໝາກອ່ອນເປັນໄລຍະທີ່ໝາກນາວຕ້ອງການນ້ຳຫລາຍເພື່ອໃຊ້ໃນການຈະເລີນເຕີບໂຕຂອງໝາກ .
ການໃສ່ປຸ໋ຍ: ຫລັງຈາກໝາກນາວອາຍຸໄດ້ 3-4 ເດືອນຄວນໃສ່ປຸ໋ຍເຄມີ ຝຸ່ນຄອກ ຫລື ຝຸ່ນບົ່ມປະມານຕົ້ນລະ 0,5 ກິໂລກກຣາມ ກໍລະນີໃສ່ປຸ໋ຍເຄມີຄວນໃສ່ຫລັງຈາກພູນດິນກຳຈັດຫຍ້າແລ້ວໂຮຍໃສ່ບໍລິເວນອ້ອມຮອບພຸ່ມແລ້ວກໍຫົດນ້ຳຕາມເພື່ອໃຫ້ປຸ໋ຍລະລາຍ ເມື່ອໝາກນາວອາຍຸໄດ້ 1 ປີໃຫ້ໃສ່ປຸ໋ຍໝາກປະມານຕົ້ນລະ 300 ກຣາມ ແລະ ພໍໝາກນາວອາຍຸໄດ້ 2 ປີກໍເພີ່ມປະລິມານປຸ໋ຍໂດຍໃສ່ປີລະ 2 ເທື່ອໆລະປະມານ 1 ກິໂລກຣາມ .ທັງຫມົດນີ້ແມ່ນຂຶ້ນຢູ່ກັບຄວາມອຸດົມສົມບູນຂອງຕົ້ນ ແລະເມື່ອໝາກນາວອາຍຸເຂົ້າປີທີ 3 ກໍຈະເລີ່ມໃຫ້ໝາກ ,ໃນໄລຍະກ່ອນອອກດອກປະມານ 1-2 ເດືອນໃຫ້ໃສ່ປຸ໋ຍເພື່ອເລັ່ງການຈະເລີນເຕີບໂຕໃນໄລຍະທີ່ຍັງບໍ່ອອກດອກໃນໄລຍະເລັ່ງການອອກດອກປະມານ 0,5-1 ກິໂລກຣາມຕໍ່ຕົ້ນ ,ປະລິມານທີ່ໃຊ້ຂຶ້ນຢູ່ກັບອາຍຸຂອງຕົ້ນພືດໂດຍໃສ່ໃນປະລິມານເຄິ່ງໜຶ່ງຂອງອາຍຸຕົ້ນ.