ປະໂຫຍດຂອງຜັກຂະແມ່ນມີຢ່າງຫລວງຫລາຍ ເປັນຕົ້ນຊ່ວຍຕໍ່ຕ້ານອະນຸມູນອິດສະຫລະ ເນື່ອງຈາກມີວິຕາມິນເອສູງ ຊ່ວຍຫລຸດຄວາມຮ້ອນໃນຮ່າງກາຍ ເປັນຢາອາຍຸວັດທະນະ.
- ຊ່ວຍໃນການຂັບຖ່າຍ ປ້ອງກັນພະຍາດທ້ອງອືດ, ຍຶ່ງທ້ອງ, ເຈັບທ້ອງ ແລະ ຊ່ວຍຂັບລົມໃນລຳໄສ້ (ນຳແກ່ນຂອງຜັກຂະມາຝົນໃນນ້ຳສະອາດ 1 ຈອກດື່ມເມື່ອມີອາການ).
- ຊ່ວຍບຳລຸງເສັ້ນເອັນ, ແກ້ອາການອັກເສບເປັນຜືນແດງ.
- ຜົມແຫ້ງເສຍແຕກປາຍດ້ວຍສູດນ້ຳຜັກຂະ ພຽງແຕ່ນຳໃບຜັກຂະປະມານ 1 ກຳມືມາຕົ້ມກັບນ້ຳ 3 ຖ້ວຍແກງ ຈົນໄດ້ນຳເຂັ້ມຂຸ້ນແລ້ວຕອງເອົາແຕ່ນ້ຳ ເມື່ອສະຜົມແລ້ວກໍນຳຜ້າຂົນໜູຈຸບນ້ຳຜັກຂະທີ່ກຽມໄວ້ ບິດພໍໝາດໆນຳມາເຊັດຜົມໃຫ້ທົ່ວແລ້ວປະໄວ້ປະມານ 10 ນາທີ ຈຶ່ງລ້າງອອກຈະຊ່ວຍເຮັດໃຫ້ຜົມທີ່ແຫ້ງກັບມາມີຊີວິດຊີວາອີກ ທີ່ສຳຄັນສາມາດນຳມາເຮັດເປັນເມນູອາຫານຕ່າງໆນາໆໄດ້ຢ່າງຫລວງຫລາຍ.
ໂທດຂອງຜັກຂະ: ນອກຈາກປະໂຫຍດທີ່ກ່າວມາແລ້ວ ຜັກຂະກໍໃຫ້ໂທດບໍ່ແພ້ກັນ ເປັນຕົ້ນແມ່ຍິງອອລູກໃໝ່ ຫລື ລູກຍັງນ້ອຍຢູ່ບໍ່ຄວນຮັບປະທານຜັກຂະເດັດຂາດ ເພາະຈະເຮັດໃຫ້ນ້ຳນົມແມ່ແຫ້ງ ແລະ ຈະເຮັດໃຫ້ແພ້ກິ່ນຢ່າງແຮງ. ດັ່ງນັ້ນ ຄວນຢູ່ໄກໆ, ບໍ່ຄວນຮັບປະທານຜັກຂະໃນຍາມຝົນ ເພາະຈະມີກິ່ນເໝັນແຮງ, ມີລົດຊາດສົ້ມ ບາງຄັ້ງອາດເຮັດໃຫ້ຖອກທ້ອງໄດ້ (ຄວນກິນໃນລະດູຮ້ອນຈະດີກວ່າ). ຜັກຂະມີສານພິວຣີນໃນລະດັບປານກາງເຖິງລະດັບສູງ ຜູ້ປ່ວຍພະຍາດຂໍ້ຕ່າງໆສາມາດຮັບປະທານໄດ້ແຕ່ຕ້ອງຮັບປະທານໃນປະລິມານທີ່ຈຳກັດ ຫາກເປັນຫລາຍບໍ່ຄວນຮັບປະທານເລີຍ ເພາະຈະເຮັດໃຫ້ປວດກະດູກໄດ້, ໃນຜັກຂະມີສານທີ່ເຮັດໃຫ້ກໍ່ເຊື້ອພະຍາດໄດ້ຄື: ເຊື້ອຊາລໂມເນລລາ (Salmonella) ເຊິ່ງເປັນເຊື້ອທີ່ສາມາດພົບໄດ້ທົ່ວໄປໃນສະພາບແວດລ້ອມ ເມື່ອເຮົານຳມາປະກອບອາຫານໂດຍບໍ່ລ້າງຫລາຍໆຄັ້ງ ຫລື ບໍ່ນຳມາປຸງໃຫ້ສຸກກ່ອນຮັບປະທານອາດມີຄວາມສ່ຽງຈະໄດ້ຮັບເຊື້ອຊະນິດນີ້ໄດ້ ໂດຍຜູ້ທີ່ໄດ້ຮັບເຊື້ອຊະນິດນີ້ອາດມີອາການຖອກທ້ອງ, ເຈັບທ້ອງຖ່າຍເຫລວເປັນນ້ຳ ສີຂຽວ ຫລື ຖ່າຍເປັນມູກມີເລືອດ, ມີໄຂ້ເປັນຕົ້ນ.