- ການກຽມດິນກ່ອນການເຮັດນາຈະມີການກຽມດິນຢູ່ 3 ຂັ້ນຕອນ
- ການໄຖ: ເປັນການໄຖຄັ້ງທຳອິດຕາມແນວຍາວຂອງພື້ນທີ່ທົ່ງນາ (ກໍລະນີທີ່ໄຮ່ນາເປັນທົ່ງຍ່ອຍໆ ຫລາຍທົ່ງໃນໜຶ່ງທົ່ງນາເມື່ອໄຖຄາດຈະຊ່ວຍພື້ນດິນໃຫ້ດິນຊັ້ນລຸ່ມ ໄດ້ຂຶ້ນມາສຳພັດອາກາດ ອອກຊີເຈນ ແລະ ເປັນການຕາກດິນເພື່ອທຳລາຍສັດຕູພືດ ໂຣກພືດບາງຊະນິດ ການໄຖຄາດຈະເລີ່ມເຮັດເມື່ອຝົນຕົກຄັ້ງທຳອິດໃນປີລະດູການໃໝ່ ຫລັງຈາກໄຖຄາດດິນປະໄວ້ປະມານ 1-2 ອາທິດ)
- ການໄຖທົ່ງນາ: ຫລັງຈາກທີ່ຕາກດິນເອົາໄວ້ພໍສົມຄວນແລ້ວ ການໄຖຄາດນາ ຈະຊ່ວຍພື້ນດິນທີ່ຢູ່ລຸ່ມຂຶ້ນມາອີກຄັ້ງ ເພື່ອທຳລາຍສັດຕູ້ພືດທີ່ດຂຶ້ນໃໝ່ ແລະ ເປັນການຍ່ອຍດິນໃຫ້ມີຂະໜາດນ້ອຍຈຳນວນຄັ້ງຂອງການໄຖທົ່ງນາ ຈຶ່ງຂຶ້ນຢູ່ກັບຊະນິດ ແລະ ປະມານຂອງສັດຕູພືດ ລັກສະນະດິນ ແລະ ລະດັບນ້ຳໃນພື້ນທີ່ຂຶ້ນຢູ່ກັບປະລິມານນ້ຳຝົນ, ແຕ່ໂດຍທົ່ວໄປແລ້ວຈະໄຖນາພຽງຄັ້ງດຽວ.
- ການຄາດ: ເພື່ອເອົາເສດສັດຕູພືດອອກຈາກທົ່ງນາ ແລະ ຍ່ອຍດິນໃຫ້ມີຂະໜາດນ້ອຍລົງອີກ ຈົນເໝາະແກ່ການຈະເລີນຂອງເຂົ້າ ທັ່ງຍັງເປັນການປັບລະດັບພື້ນທີ່ໃຫ້ມີຄວາມສະໝ່ຳສະເໝີ ເພື່ອສະດວກໃນການຄວບຄຸມດູແລການໃຫ້ນ້ຳ
- ການປູກ: ການປູກເຂົ້າສາມາດແບ່ງໄດ້ເປັນ 2 ວິທີຄືການປູກດ້ວຍເມັດໂດຍກົງໄດ້ແກ່ການດຳນາຫຍອດ, ນາຫວ່ານ, ການປູກເມັດເຂົ້າໃນທີ່ໜຶ່ງກ່ອນ ແລ້ວນຳຕົ້ນອ່ອນແລ້ວນຳຕົ້ນອ່ອນໄປປູກຢູ່ບ່ອນອື່ນໆ ໄດ້ແກ່ການເຮັດນາດຳການເຮັດນາຫຍອດ ໃຊ້ກັບການປູກເຂົ້າໄຮ່ຕາມເຊີງເຂົາ ຫລື ໃນທີ່ສູງວິທີການປູກຫລັງການກຽມດິນໃຫ້ຂຸດຂຸມ ຫລື ເຮັດຮ່ອງ ແລ້ວຈິ່ງຫຍອດເມັດລົງໃນຂຸມ ຫລື ຮ່ອງ ຈາກນັ້ນປົກຂຸມ ຫລື ຮ່ອງ ເມື່ອຕົ້ນເຂົ້າອອກແລ້ວຕ້ອງເບິ່ງແຍ່ງກຳຈັດສັດຕູພືດ.
ການເຮັດນາຫວ່ານ ເຮັດໃນພື້ນທີ່ຄວບຄຸມນ້ຳໄດ້ລຳບາກ ວິທີຫວ່ານເຮັດໄດ້ 2 ວິທີຄື:
- ການຫວ່ານເຂົ້າເປືອກແຫ້ງ
- ການຫວ່ານເຂົ້າງອກ
- ການຫວ່ານເຂົ້າເປືອກແຫ້ງ ແບ່ງຕາມໄລຍະເວລາຂອງການຫວ່ານໄດ້ 3 ວິທີຄື:
- ການຫວ່ານຫລັງໄຖ ໃຊ້ໃນກໍລະນີທີ່ຝົນມາລ່າຊ້າ ແລະ ຕົກຊຸກ ມີເວລາກຽມດິນໜ້ອຍ ຈິ່ງມີການໄຖຄາດພຽງຄັ້ງດຽວ ແລະ ໄຖທົ່ງນາອີກຄັ້ງໜຶ້ງແລ້ວຫວ່ານເມັດເຂົ້າລົງຫລັງໄຖ ເມັດພັນອາດເສຍຫາຍເພາະໜູ ແລະ ອາດມີວັດຕູພືດໃນທົ່ງນາມາຫລາຍ.
- ການຫວ່ານຄາດປົກ ເປັນວິທີນິຍົມຫລາຍທີ່ສຸດ ຈະເຮັດຫລັງຈາກທີ່ໄຖທົ່ງນາຄັ້ງສຸດທ້າຍແລ້ວຄວນປົກ ຈະໄດ້ຕົ້ນເຂົ້າທີ່ອອກສະໝ່ຳສະເໝີ, ອາການຫວ່ານໄຖປົກ ມັກເຮັດເມ່ືອຮອດໄລຍະເວລາທີ່ຕ້ອງຫວ່ານ ແຕ່ຝົນຍັງບໍ່ຕົກ ແລະ ດິນມີຄວາມຊຸ່ມພໍສົມຄວນ ຫວ່ານເມັດເຂົ້າຫລັງໄຖແລ້ວອີກຄັ້ງ ເມັດເຂົ້າທີ່ຫວ່ານຈະຢູ່ເລິກ ແລະ ເລີ່ມອອກໂດຍອາໄສຄວາມຊຸ່ມໃນດິນ.
- ການຫວ່ານເຂົ້າງອກ (ຫວ່ານນ້ຳຕົມ) ເປັນການຫວ່ານເມັດເຂົ້າທີ່ຖືກເພາະໃຫ້ຮາກອອກກ່ອນທີ່ຈະນຳໄປຫວ່ານໃນທີ່ມີນ້ຳຖ້ວມຂັງເພາະຫາກບໍ່ປູກເມັດເສີຍກ່ອນ ເມື່ອຫວ່ານແລ້ວເມັດເຂົ້າອາດຈະເນົ່າເສຍໄດ້ ການປູກເຂົ້າໃສ່ກະບຸງໄປແຊ່ນ້ຳເພື່ອໃຫ້ເມັດທີ່ມີນ້ຳໜັກເບົາ ຫລື ລີບລອຍຂຶ້ນມາແລ້ວຕັດຖິ້ມ ແລ້ວນຳເມັດຖ່າຍລົງໃນກະບຸງທີ່ມີຫຍ້າແຫ້ງໄວ້ໝັ່ນຫົດນ້ຳເລື້ອຍໄປ ຢ່າໃຫ້ເຂົ້າແຕກໜໍ່ແລ້ວນຳໄປຫວ່ານຢູ່ທົ່ງນາທີ່ກຽມດິນໄວ້ແລ້ວ.
- ການດຳນາ: ເປັນການປູກເຂົ້າໂດຍເພາະເມັດໃຫ້ງອກ ແລະ ຈະເລີນເຕີບໃຫຍ່ໃນໄລຍະໜຶ່ງ ແລ້ວຍ້າຍໄປປູກຢູ່ບ່ອນອ່ືນ ສາມາດຄວບຄຸມລະດັບນ້ຳສັດຕູພື້ດໄດ້ ການເຮັດນາດຳແບ່ງໄດ້ເປັນ 2 ຂັ້ນຕອນຄື:
- ການຕົກກ້າ: ປູກເມັດເຂົ້າເປືອກໃຫ້ມີຮາກອອກຍາວ 3-5 ມິລິແມັດ, ນຳໄປຫວ່ານຢູ່ທົ່ງນາ ໄລຍະ 7 ວັນທຳອິດຕ້ອງຄວບຄຸມນ້ຳບໍ່ໃຫ້ຖ້ວມກ້າ ແລະ ຈະສາມາດຖອນກ້າໄປປັກດຳໄດ້ເມື່ອມີອາຍຸປະມານ 20-30 ມື້.
- ການປັກດຳ: ຊາວນາຈະນຳກ້າທີ່ຖອນແລ້ວໄປປັກດຳໄລຍະຫ່າງລະຫວ່າງກ້າແຕ່ລະຂຸມຈະມີຄວາມແຕກຕ່າງກັນຂຶ້ນກັບລັກສະນະຂອງດິນຄື ຖ້າເປັນນາຂຸ່ມປັກດຳໄລຍະຫ່າງ ເພາະເຂົ້າຈະແຕກໜໍ່ໃຫຍ່ ແຕ່ຖ້າເປັນນາຕອນປັກດຳຄ້ອນຂ້າງຖີ່ ເພາະເຂົ້າຈະບໍ່ຄ່ອຍແຕກໜໍ່.