ການລ້ຽງ ແລະ ປະສົມພັນປາດຸກອຸຍ

ເຜີຍແຜ່ວັນທີ 05/01/2022

ປາດຸກອຸຍ ເປັນປາທີ່ມີຄວາມນິຍົມໃນການບໍລິໂພກສູງ ແລະ ຊີ້ນປາດຸກອຸຍມີລົດຊາດແຊບຊີ້ນອ່ອນນຸ້ມ ແລະ ມີໄຂມັນຫລາຍ ເພາະສະນັ້ນຈຶ່ງເຮັດໃຫ້ລາຄາປາດຸກອຸຍໃນທ້ອງຕະຫລາດມີລາຄາສູງກວ່າປາລ້ຽງຊະນິດອື່ນໆ.

ປາດຸກອຸຍຍັງສາມາດປຸງແຕ່ງອາຫານໄດ້ຫລາຍຊະນິດ ແລະ ເປັນປາທີ່ລ້ຽງໄດ້ງ່າຍ, ຄວາມທົນຕໍ່ສະພາບແວດລ້ອມໄດ້ດີ ສາມາດລ້ຽງໃນອັດຕາການປ່ອຍໜາແໜ້ນໃຫ້ຜົນຜະລິດສູງ ເນື່ອງຈາກຄວາມນິຍົມການບໍລິໂພກສູງນັບມື້ນັບເພີ່ມຂຶ້ນເລື້ອຍໆ. ປາດຸກຈຶ່ງມີຈຳໜ່າຍໃນທ້ອງຕະຫລາດບໍ່ພຽງພໍ ສ່ວນໃຫຍ່ເປັນປາທີ່ໄດ້ມາຈາກທຳມະຊາດ, ສ່ວນປາດຸກອຸຍທີ່ໄດ້ມາຈາກການລ້ຽງນັ້ນເຫັນວ່າມີໜ້ອຍ ເພາະວ່າການຊອກຫາແນວພັນມາລ້ຽງນັ້ນເປັນສິ່ງທີ່ຫຍຸ້ງຍາກ. ບົດຮຽນ ແລະ ປະສົບການໃນການລ້ຽງຍັງມີຈຳກັດ, ການລ້ຽງຖ້າມີອາຫານພຽງພໍກໍສາມາດນຳມາລ້ຽງເປັນສິນຄ້າໄດ້.

ຊາວກະສິກອນຈຳນວນໜຶ່ງແມ່ນຊອກຫາລູກປາດຸກຕາມແຫລ່ງນ້ຳທຳມະຊາດ, ໄຮ່ນາ ຫລື ຊື້ປາດຸກຂະໜາດນ້ອຍຈາກທ້ອງຕະຫລາດມາລ້ຽງໃນໜອງກໍໄດ້ຮັບຜົນດີພໍສົມຄວນ.

ປາດຸກອຸຍມີແຫລ່ງກຳເນີດ ແລະ ການແພ່ກະຈາຍຢູ່ໃນເຂດທະວີບອາຊີ Clarias macrocephalus. ປາດຸກອຸຍມີຮູບຮ່າງຍາວ, ມີຄີຫລັງຍາວ ແລະ ຄີກົ້ນຍາວເກືອບເຖິງຫາງ, ມີໜວດ 4 ຄູ່, ມີງ່ຽງແຂງ ແລະ ມີອະໄວຍະວະພິເສດໃນການຫາຍໃຈ. ດັ່ງນັ້ນ ມັນຈຶ່ງດຳລົງຊີວິດຢູ່ໄດ້ເກືອບທຸກສະພາບແວດລ້ອມ, ປາດຸກອຸຍມີຮູບຮ່າງລັກສະນະໂຕ U ບໍລິເວນຊ່ວງຕໍ່ລະຫວ່າງສ່ວນຫົວ ແລະ ສ່ວນລຳຕົວ.

ປາດຸກອຸຍໃນທຳມະຊາດມັນຈະກິນຈຳພວກລູກປານ້ອຍ, ລູກກຸ້ງ, ຂີ້ກະເດືອນ, ຫອຍ, ປູ, ໄຮນ້ຳ ແລະ ລູກແມງໄມ້ຊະນິດຕ່າງໆໃນນ້ຳ, ເປັນປາທີ່ມັກດຸດ, ຫລົບໜີອອກຈາກໜອງລ້ຽງ ຈຶ່ງມີຄວາມຈຳເປັນລ້ອມໜອງໄວ້ເປັນຢ່າງດີ ແລະ ໃຫ້ສູງຈາກໜ້າດິນຄັນຄູໜອງປະມານ 50 ຊັງຕີແມັດ, ເປັນປາທີ່ມັກກິນກັນເອງ ຖ້າວ່າການໃຫ້ອາຫານພຽງພໍ ປາດຸກອຸຍຂະໜາດໃຫຍ່ສຸດມີນ້ຳໜັກເຖິງ 0,5 ກິໂລກຣາມ ແລະ ຍາວເຖິງ 35 ຊັງຕີແມັດ, ປາໂຕຜູ້ມີອະໄວຍະວະເພດລື່ນອອກມາ, ສ່ວນປາແມ່ຈະມີຮູໄຂ່ ໄລຍະໃກ້ລະດູປະສົມພັນ ມັນຈະມີທ້ອງໃຫຍ່ ແລະ ອ່ອນນຸ້ມ, ເມື່ອເວລາລູບທ້ອງ, ເວລາຮີດເບິ່ງຈະມີສີເຫລືອງອົມສີນ້ຳຕານ ຄວາມດົກຂອງໄຂ່ປາດຸກອຸຍມີປະມານ 3.000-15.000 ໜ່ວຍຕໍ່ນ້ຳໜັກປາ 1 ກິໂລກຣາມ ແລະ ຍັງສາມາດວາງໄຂ່ໄດ້ເຖິງ 2 ຄັ້ງຕໍ່ປີ.

ຄວາມແຕກຕ່າງປາດຸກອຸຍ ແລະ ປາດຸກເອັນ: ກະໂຫລກຫົວໂຄ້ງເປັນລັກສະນະຮູບໂຕ U, ສາມແຍກແຫລມບ່ອນຕໍ່ລະຫວ່າງໂຕກັບຫົວ, ຄາງມີສີດຳ ແຫລມ, ໝວດມີສີ່ຄູ່ນ້ອຍ ແລະ ຍາວ, ປາກໂຄ້ງມົນ, ລຳຕົວສີດຳ ຫລື ນ້ຳຕານ, ຈຸດທີ່ລຳຕົວເປັນຈຸດມົນ.

ການປະສົມພັນແບບຄ້າຍທຳມະຊາດ: ຕາມທຳມະຊາດປາດຸກອຸຍວາງໄຂ່ໃນທົ່ງນາທີ່ມີນ້ຳຝົນ, ປາໂຕແມ່ຈະສ້າງຂຸມຂະໜາດ 30 ຊັງຕີແມັດ ແລະ ເລິກປະມານ 5-8 ຊັງຕີແມັດ ປາຈະວາງໄຂ່ຕາມຂຸມ ໂດຍໄຂ່ຈະຕິດກັບຮາກຫຍ້າໃນຂຸມ ຫລັງຈາກປາແມ່ວາງໄຂ່ແລ້ວ ປາຜູ້ຈະມາຮັກສາ, ໄຂ່ຈະຝັກເປັນໂຕປະມານ 20 ຊົ່ວໂມງໃນອຸນຫະພູມ 25-32 ອົງສາ. ສຳລັບການປະສົມພັນແບບທຳມະຊາດນັ້ນຄວນຂຸດຂຸມລັກສະນະເປັນຜົ້ງໃຫ້ແກ່ປາໃນໜອງທີ່ມີຄວາມເລິກ 50 ຊັງຕີແມັດ ແລະ ມີເນື້ອທີ່ 200 ຕາແມັດ ສຳລັບປາພໍ່ແມ່ພັນ 1 ຄູ່ຈະຂຸດຂຸມໃຫ້ 1 ຂຸມ. ໃນການຂຸດຂຸມແມ່ນຂຸດເຮັດເປັນຜົ້ງຂະໜາດ 3 ຊັງຕີແມັດ, ເລິກ 5-8 ຊັງຕີແມັດ ປາຈະວາງໄຂ່ໃສ່ຜົ້ງນີ້ແລ້ວປາຜູ້ຈະຮັກສາໄວ້ ໂດຍການລອຍຂຶ້ນລົງໃນຜົ້ງ. ການເກັບລູກປາສາມາດເກັບໄດ້ພາຍຫລັງ 10 ວັນ ຈາກນັ້ນຈະໄປອະນຸບານ ໂດຍແບ່ງລູກປາໃຫ້ເໝາະສົມຕາມອັດຕາຂອງເນື້ອທີ່ໜອງອະນຸບານ.

ການປະສົມພັນທຽມ ແລະ ສັກຮໍໂມນຊູປຣີເຟັກ: ການປະສົມພັນບາງຄັ້ງກໍສາມາດສັກຮໍໂມນແລ້ວປາຜູ້ ແລະ ປາແມ່ໃສ່ນຳກັນ ປາແມ່ຈະວາງໄຂ່ ແລະ ປະສົມນ້ຳເຊື້ອກັນເອງ ແຕ່ສ່ວນໃຫຍ່ແລ້ວຕ້ອງໄດ້ຮີດໄຂ່ ແລະ ຜ່າຕັດນ້ຳເຊື້ອມາປະສົມຄື: ສັກຢາຮໍໂມນຊູປຣີເຟັກສັກໃນອັດຕາຄວາມເຂັ້ມຂຸ້ນ 0,2-0,3 ຊີຊີ (ຢາທີ່ປະສົມນ້ຳກັ່ນແລ້ວ) ປະສົມກັບຢາໂມຕີລຽມ 1 ເມັດ/ປາແມ່ 1 ກິໂລ ຫລັງຈາກສັກແລ້ວປະມານ 10-12 ຊົ່ວໂມງກໍສາມາດຮີດໄຂ່ໄດ້. ສຳລັບປາຜູ້ແມ່ນສັກໃນອັດຕາເຄິ່ງໜຶ່ງທີ່ໃຊ້ກັບປາແມ່. ສຳລັບຊາວກະສິກອນທີ່ບໍ່ມີເງື່ອນໄຂໃນການນຳໃຊ້ຢາຮໍໂມນຊູປຣີເຟັກກໍສາມາດນຳໃຊ້ຕ່ອມໄຕ້ສະໝອງ ໂດຍການສັກຄັ້ງທຳອິດ 3 ໂດສ ແລະ ຄັ້ງທີ2 ທີ່ 2 ໂດສ. ຈຳນວນໂດສທີ່ນຳໃຊ້ຂຶ້ນກັບຄວາມພ້ອມຂອງປາພໍ່ແມ່ພັນ. ການສັກຢາປາອາດຈະສັກສອງຄັ້ງ ຫລື ຄັ້ງດຽວກໍໄດ້ ທັງນີ້ຂຶ້ນກັບຄວາມພ້ອມຂອງປາພໍ່ແມ່ພັນ.

    ການຟັກໄຂ່: ນຳໄຂ່ທີ່ປະສົມກັບນ້ຳເຊື້ອແລ້ວນັ້ນມາຢາຍໂຮຍບາງໆໃສ່ດາງສີຟ້າທີ່ວາງໄວ້ໃນອ່າງຟັກໄຂ່ໃຫ້ຢູ່ໃນລະດັບຫ່າງຈາກພື້ນອ່າງຟັກໄຂ່ປະມານ 5-10 ຊັງຕີແມັດ. ໄຂ່ປາດຸກເປັນໄຂ່ຈົມ ແລະ ຕິດ. ສະນັ້ນ ຫລັງຈາກໂຮຍໄຂ່ແລ້ວກໍປ່ຽນນ້ຳທັນທີ ເພື່ອລ້າງໄຂມັນ ແລະ ສິ່ງເສດເຫລືອຈາກໄຂ່ອອກ ແລ້ວເພີ່ມນ້ຳໃໝ່ເຂົ້າມາແທນການຟັກໄຂ່ ປາດຸກໃຊ້ເວລາ 21-26 ຊົ່ວໂມງ. ໃນລະດັບອຸນຫະພູມນ້ຳ 28-31 ອົງສາ ລູກປາເມື່ອຟັກເປັນໂຕແລ້ວຈະຫລຸດລົງສູ່ພື້ນອ່າງ ແລ້ວຄວນຍ້າຍຕາໜ່າງສີຟ້າອອກໄປ ໃນເວລາຟັກໄຂ່ບໍ່ຄວນກວນໄຂ່ ແລະ ບໍ່ໃຫ້ໄຂ່ຖືກແສງແດດ ຫລື ຝົນ.

     ການອະນຸບານລູກປາ: ການອະນຸບານລູກປາແມ່ນຂັ້ນຕອນທີ່ຄວນເອົາໃຈໃສ່ຢ່າງລະອຽດອ່ອນທີ່ສຸດ ເພາະວ່າລູກປາຂະໜາດນີ້ບໍ່ທັນມີຄວາມຕ້ານທານຕໍ່ສະພາບແວດລ້ອມ ແລະ ການກະທົບກະເທືອນໄດ້. ການອະນຸບານເຮັດໄດ້ຫລາຍວິທີການຕາມຄວາມເໝາະສົມຂອງຜູ້ລ້ຽງດັ່ງນີ້:

ການອະນຸບານລູກປາໃນອ່າງຊີມັງ ແມ່ນວິທີທີ່ມີຄວາມສະດວກໃນການຖ່າຍເທນ້ຳ ຕະຫລອດຈົນການດູແລຮັກສາ ແລະ ສະດວກໃນການຄັດຂະໜາດຂອງລູກປາ, ຈຸດອ່ອນແມ່ນບໍ່ມີອາຫານທຳມະຊາດເກີດຂຶ້ນໃນອ່າງເອງຈຶ່ງເຮັດໃຫ້ລູກປາໃຫຍ່ຊ້າ, ຖ້າທຽບໃສ່ໜອງດິນ ແລະ ໃນກໍລະນີຫາກບໍ່ມີການບົວລະບັດຮັກສາຢ່າງພຽງພໍກໍຈະເກີດພະຍາດໄດ້ງ່າຍ. ຂະໜາດອ່າງຊີມັງທີ່ນິຍົມໃຊ້ແມ່ນມີຂະໜາດ 1-10 ຕາແມັດ, ຄວາມສູງຂອງອ່າງແມ່ນ 30-100 ຊັງຕີແມັດ, ມີທໍ່ລະບາຍນ້ຳເຂົ້າ-ອອກໄດ້ ແລະ ອ່າງອາດຈະເປັນຮູບວົງມົນ ຫລື ຮູບສີ່ຫລ່ຽມຜືນຜ້າກໍໄດ້.

ການກະກຽມອ່າງ ການເຄື່ອນຍ້າຍລູກປາມາປ່ອຍລ້ຽງ ຕ້ອງເຮັດຄວາມສະອາດອ່າງກ່ອນ ໃນການລ້າງອ່າງອາດໃຊ້ຢາທັບທິມ 1-2 ກຣາມ/ນ້ຳ 1 ແມັດກ້ອນ ປະສົມນ້ຳແລ້ວສາດໃຫ້ທົ່ວອ່າງແຊ່ໄວ້ປະມານໜຶ່ງມື້ ຈາກນັ້ນຈຶ່ງລ້າງອອກແລ້ວເອົານ້ຳເຂົ້າໃໝ່ໃຫ້ໄດ້ລະດັບນ້ຳ 30 ຊັງຕີແມັດ ແລ້ວປ່ອຍລູກປາມາລົງລ້ຽງ.

ສິ່ງທີ່ຄວນເອົາໃຈໃສ່: ຄວນເອົາໃຈໃສ່ເລື່ອງອາຫານເປັດໄຈສຳຄັນ, ລ້ຽງໄຮແດງ ໃຫ້ກິນໃນຊ່ວງອະນຸບານ, ການລ້ຽງໃນໜອງດິນດ້ວຍການໃຫ້ອາຫານປະເພດເນື້ອເສດຊີ້ນ, ປາ, ປູ, ກຸ້ງ, ຫອຍ, ຂີ້ກະເດືອນ, ເສດອາຫານຈາກເຮືອນຄົວ ຫລື ໂຮງຂ້າສັດຈະເຮັດໃຫ້ການລ້ຽງປາດຸກມີການຈະເລີນເຕີບໂຕໄດ້ດີ ແລະ ຊ່ວຍປະຢັດຕົ້ນທຶນການຜະລິດ. ຕິດຕາມກວດກາເບິ່ງສັດລ້ຽງມີຄວາມຈະເລີນເຕີບໂຕ ຫລື ບໍ່, ຄວນຄັດຂະໜາດປາເປັນປະຈຳ ເພາະປາມັກກິນກັນເອງ ແລະ ແຍກລ້ຽງປາທີ່ມີຂະໜາດດຽວ ຫລື ໃກ້ຄຽງກັນ. ຖ້າມີບັນຫາໃນການລ້ຽງຄວນປຶກສານັກວິຊາການປະມົງ ຫລື ພະນັກງານວິຊາການກະສິກຳທີ່ກ່ຽວຂ້ອງ.

Footer Image
error: