ຈີ່ຫລໍ່ເປັນແມງໄມ້ເສດຖະກິດທີ່ນິຍົມບໍລິໂພກກັນຢ່າງແຜ່ຫລາຍ, ລົດຊາດແຊບ, ມີໂປຣຕີນສູງ ແລະ ຄວາມຕ້ອງການຂອງຕະຫລາດຍັງສູງ, ແຖມຕົ້ນທຶນຍັງຕ່ຳ. ສຳລັບຈີ່ຫລໍ່ສ່ວນໃຫຍ່ແລ້ວຜູ້ລ້ຽງຈະນຳຈີ່ຫລໍ່ມາເປັນອາຫານ ໂດຍການແປຮູບຂົ້ວ ຫລື ຈືນຂາຍຕາມຕະຫລາດທົ່ວໄປ ຫລື ເຮັດເປັນຈີ່ຫລໍ່ອັດກະປ໋ອງ ເພື່ອເພີ່ມມູນຄ່າໃຫ້ກັບຈີ່ຫລໍ່ ແລະ ເພີ່ມຊ່ອງທາງການຂາຍ, ສ່ວນວິທີການເພາະລ້ຽງຈີ່ຫລໍ່ມີຂັ້ນຕອນທີ່ບໍ່ຫຍຸ້ງຍາກປານໃດ, ໃຊ້ພື້ນທີ່ໃນການລ້ຽງບໍ່ຫລາຍເຫມາະກັບຜູ້ທີ່ຕ້ອງການຫາອາຊີບໃໝ່ໆ.
ການເພາະລ້ຽງຈີ່ຫລໍ່ຕາມວິທີການທີ່ຈະນຳສະເໜີນີ້ເປັນວິທີທີ່ສະດວກ ແລະ ລົງທຶນບໍ່ຫລາຍ, ເປັນການເພາະລ້ຽງໃນຕູ້ໄມ້ທີ່ເຮັດຂຶ້ນແບບໂປ່ງ, ເຮັດໃຫ້ອາກາດຖ່າຍເທໄດ້ສະດວກ ສາມາດເຮັດຄວາມສະອາດໄດ້ງ່າຍ ແຖມຍັງໃຊ້ຕົ້ນທຶນໃນການເພາະລ້ຽງບໍ່ສູງນຳດ້ວຍ.
ຈີ່ຫລໍ່ເປັນສັດລ້ຽງວົງຈອນເມື່ອວາງໄຂ່ 9-10 ວັນ ຈະຟັກເປັນຕົວອ່ອນ, ເວລາປະມານ 45-50 ວັນ ກໍໃຫຍ່ເຕັມໂຕ, ຫລັງຈາກນັ້ນ ຈະປະສົມພັນກັນ 3-4 ວັນ ແລ້ວ 1-2 ວັນ ກໍວາງໄຂ່ອີກ, ພໍໃຫຍ່ເຕັມໂຕແລ້ວພ້ອມຈຳໜ່າຍໄດ້ລາຄາສູງອີກ.
ສ່ວນອຸປະກອນໃນການເພາະລ້ຽງຈີ່ຫລໍ່ແມ່ນຈະໃຊ້ໄຂ່ ເຊິ່ງໄຂ່ຈີ່ຫລໍ່ສາມາດຫາຊື້ໄດ້ຈາກຜູ້ທີ່ເພາະລ້ຽງຢູ່ແລ້ວລາຄາບໍ່ສູງ, ສຳລັບຕູ້ໄມ້ທີ່ຈະໃຊ້ລ້ຽງຈີ່ຫລໍ່ຕ້ອງເປັນຂະໜາດກວ້າງ 90 ຊັງຕີແມັດ, ຍາວ 160 ຊັງຕີແມັດ ແລະ ສູງ 80 ຊັງຕີແມັດ, ສ່ວນຝາດ້ານຂ້າງປົກດ້ວຍໄມ້ອັດ ແລະ ດ້ານລຸ່ມປົກດ້ວຍຕາໜ່ສງມຸ້ງລວດ, ລັງໄຂ່ແບບກະດານ 4-5 ລັງຕໍ່ຕູ້ ແລະ ຈານສຳລັບໃສ່ອາຫານ, ນ້ຳໃຫ້ຈີ່ຫລໍ່.
ວິທີລ້ຽງຈີ່ຫລໍ່ຕາມໄລຍະວົງຈອນ ໂດຍເລີ່ມຈາກໄລຍະໄຂ່ຕົວອ່ອນ, ໄລຍະເວລາຈາກການຟັກຕົວຈາກໄຂ່ຈີ່ຫລໍ່ເປັນຕົວອ່ອນຈະໃຊ້ໄລຍະເວລາ 7-10 ວັນ, ເມື່ອຟັກອອກມາເປັນຕົວອ່ອນແລ້ວໃຫ້ນຳເອົາຕົວອ່ອນຂອງຈີ່ຫລໍ່ໄປໃສ່ໃນຕູ້ລ້ຽງທີ່ກຽມໄວ້, ຖ້າຫາກພື້ນຕູ້ໃຊ້ລວດຕາໜ່າງປູຄວນຈະໃຊ້ຜ້າປູຮອງພື້ນກ່ອນ ເພື່ອປ້ອງກັນຈີ່ຫລໍ່ຕົວອ່ອນລອດອອກໄປ, ພ້ອມທັງລະວັງມົດ, ຈີ່ຈ້ຽມ ແລະ ກັບແກ້ມາກິນຕົວອ່ອນຂອງຈີ່ຫລໍ່.
ສ່ວນການໃຫ້ອາຫານໃນໄລຍະຈີ່ຫລໍ່ຍັງເປັນຕົວອ່ອນຢູ່ຕ້ອງເປັນຫົວອາຫານໄກ່ນ້ອຍບົດປະສົມກັບຮຳອ່ອນໃນອັດຕາສ່ວນ 1/1 ແລະ ນ້ຳຄວນໃຊ້ຟອງນ້ຳຊັບນ້ຳໃຫ້ຊຸ່ມແລ້ວວາງໃນຕູ້ລ້ຽງຈີ່ຫລໍ່ຕົວອ່ອນ, ຈີ່ຫລໍ່ຕົວອ່ອນຈະດູດກິນນ້ຳທີ່ຟອງນ້ຳ, ບໍ່ຄວນໃຫ້ນ້ຳໂດຍໃສ່ຖ້ວຍ ຫລື ຈານ ເພາະຈະເຮັດໃຫ້ຕົວອ່ອນຈົມນ້ຳ. ຫລັງຈາກຈີ່ຫລໍ່ມີຂະໜາດໂຕໃຫຍ່ຂຶ້ນໂດຍໃຊ້ເວລາປະມານ 5-7 ວັນກໍເອົາຜ້າທີ່ປູພື້ນອອກແລ້ວນຳໄປຊັກທຳຄວາມສະອາດດ້ວຍນ້ຳ (ຫ້າມໃສ່ແຟັບ) ເພື່ອກຽມໄວ້ໃຊ້ສຳລັບການລ້ຽງຈີ່ຫລໍ່ໃນຄັ້ງຕໍ່ໄປ.
ສຳລັບການໃຫ້ອາຫານໃນໄລຍະເວລາທີ່ຈີ່ຫລໍ່ເລີ່ມໃຫຍ່ແມ່ນຈະໃຊ້ອາຫານໄກ່ສຳລັບລູກໄກ່ບົດໃຫ້ລະອຽດປະສົມກັບຮຳໃນອັດຕາສ່ວນ 1/1 ເຊັ່ນກັນ, ນອກນັ້ນຍັງມີໃບມັນຕົ້ນ, ໃບໝາກອຶ ແລະ ໝາກອຶມາໃຫ້ຈີ່ຫລໍ່ກິນເສີມໄດ້ຕາມທຳມະຊາດ ແລະ ການໃຫ້ນ້ຳໂດຍໃຊ້ພາຊະນະກົ້ນຕື້ນ ຫລື ຈານແລ້ວວາງກ້ອນຫີນກ້ອນນ້ອຍໆໄວ້ໃນຈານ ເພື່ອໃຫ້ຈີ່ຫລໍ່ເກາະກິນນ້ຳໄດ້ງ່າຍ.
ໄລຍະປະສົມພັນ ແລະ ວາງໄຂ່ຈາກຕົວອ່ອນຫາຕົວເຕັມໄວຈະໃຊ້ເວລາປະມານ 45-50 ວັນ, ຫລັງຈາກຈີ່ຫລໍ່ໃຫຍ່ເຕັມທີ່ແລ້ວຈະເປັນໄລຍະປະສົມພັນ, ສະນັ້ນ ຜູ້ລ້ຽງຈະຕ້ອງສັງເກດເບິ່ງຫາກວ່າຈີ່ຫລໍ່ເລີ່ມປະສົມພັນແລ້ວອີກປະມານ 3-4 ວັນ ຈີ່ຫລໍ່ຈະເລີ່ມວາງໄຂ່ໃຫ້ນຳເອົາຖາດໃສ່ຂີ້ເຖົ່າແກ່ປົກວາງໄວ້ໃນຕູ້ຈີ່ຫລໍ່ຈະຂຶ້ນວາງໄຂ່ເທິງຖາດຂີ້ເຖົ່າຫລັງຈາກຈີ່ຫລໍ່ວາງໄຂ່ສຳເລັດແລ້ວໃຫ້ນຳໄຂ່ຈີ່ຫລໍ່ໃນຂີ້ເຖົ່າ ຫລື ດິນປະສົມສຳລັບປູກພືດໃສ່ເກັບໄວ້ໃນກ່ອງໂຟມຢ່າໃຫ້ແໜ້ນເກີນໄປເກັບໄວ້ໃນບ່ອນທີ່ອາກາດຖ່າຍເທສະດວກ ເພື່ອລໍຖ້າເພາະລ້ຽງໃນໄລຍະຕໍ່ໄປ, ສ່ວນຈີ່ຫລໍ່ທີ່ໃຫຍ່ເຕັມທີ່ແລ້ວກໍນຳມາຂົ້ວ ຫລື ຂາຍກໍໄດ້, ເມື່ອເກັບຈີ່ຫລໍ່ອອກແລ້ວໃຫ້ເຮັດຄວາມສະອາດຕູ້ໄວ້ເພື່ອລໍຖ້າລ້ຽງຈີ່ຫລໍ່ໃນໄລຍະຕໍ່ໄປ.