ການປູກຜັກໄຊ

ເຜີຍແຜ່ວັນທີ 25/01/2022

ຜັກໄຊເປັນພືດລົ້ມລຸກ ມີຊື່ທາງວິທະຍາສາດວ່າ: Monordic charanitia L ເປັນເຄືອທີ່ມີກິ່ງກ້ານສາຂາຫລາຍ ມີຄວາມຍາວເຖິງ 2 ແມັດ. ເຄືອຂອງມັນຍາວ ແລະ ມີຂົນ ພ້ອມດ້ວຍມືກ້ຽວ ຍາວປະມານ 20 ຊັງຕີແມັດ. ໄຍຂອງມັນແພ່ກວ້າງເປັນຮູບໄຂ່ແຍກເປັນ 5 ຊີກ, ໃບກໍເປັນຮູບໄຂ່ ແລະ ເປັນແຂ້ວທີ່ຂອບ, ສ່ວນກ້ານໃບຍາວ 3-6 ຊັງຕີແມັດ ດອກເປັນສີຂາວ ຫລື ເຫລືອງ ຂະໜາດເສັ້ນຜ່າກາງ 2 ຊັງຕີແມັດ.

ໝາກເປັນລັກສະນະຍາວຮູບໄຂ່: ມີລັກສະນະສ້ວຍແຫລມທັງສອງສົ້ນ ຂະໜາດຄວາມຍາວຂອງໝາກ 10-15 ຊັງຕີແມັດ ແລະ ມີເສັ້ນຜ່າກາງແຕ່ 3,8-4 ຊັງຕີແມັດ. ທັງນີ້ແມ່ນຂຶ້ນກັບແຕ່ລະຊະນິດຕາມຜິວຂອງໝາກຍັງມີຫລ່ຽມເປັນເສັ້ນຍາວ ເມື່ອສຸກເຕັມທີ່ຈະເປັນສີໝາກກ້ຽງອົມແດງ ເຄືອໜຶ່ງຈະໃຫ້ຜົນຜະລິດສູງເຖິງ 10-12 ໜ່ວຍ. ຜັກໄຊສ່ວນຫລາຍແມ່ນຈະມັກພົບເຫັນຢູ່ຕາມແຄມທາງ, ແຄມຮົ້ວໃນປະເທດເຂດຮ້ອນຂອງອາເມລິກາໃຕ້, ອາຟຣິກາ ແລະ ເອເຊຍ ເຊິ່ງມີທັງການປູກ ແລະ ເກີດຂຶ້ນເອງໂດຍທຳມະຊາດໃນພື້ນທີ່ກາງແດດ ຫລື ຮົ່ມບາງໆຕາມບ່ອນທີ່ມີດິນອຸດົມສົມບູນ ແລະ ມີຄວາມຊຸ່ມຊື່ນດີ.

ວິທີການປູກບົວລະບັດຮັກສາ: ໃຊ້ແກ່ນ 3-4 ແກ່ນຕໍ່ຂຸມ ຄວາມເລິກຂອງຂຸມປະມານ 2,5-3,5 ຊັງຕີແມັດ ຫລັງຈາກນັ້ນຫວ່ານຝຸ່ນຄອກ ຫົດນ້ຳໃຫ້ຊຸ່ມປົກຂຸມດ້ວຍເຟືອງ ຫລື ຫຍ້າແຫ້ງ ເມື່ອຕົ້ນກ້າມີໃບໃຫ້ຫລົກເອົາໃບທີ່ບໍ່ສົມບູນອອກໃຫ້ເຫລືອໄວ້ 2 ຕົ້ນຕໍ່ຂຸມ ເມື່ອຕົ້ນຜັກໄຊເລີ່ມອອກເຄືອ ຫລື ຕົ້ນມີອາຍຸປະມານ 15 ວັນ ຄວນເຮັດຄ້າງເພື່ອໃຫ້ຕົ້ນເກາະຂຶ້ນໄປ.

    ວິທີເຮັດຄ້າງ: ປັກໄມ້ຄ້າງຍາວປະມານ 2-2,5 ແມັດ ທຸກໆຂຸມແລ້ວເອນປາຍເຂົ້າຫາກັນຜູກມັດປາຍໄວ້ໃຊ້ໄມ້ຄ້າງພາດຂວາງປະມານ 2-3 ຊ້ວງ.

    ການຫົດນ້ຳ: ໃຫ້ຫົດທຸກໆເຊົ້າ-ແລງໃຫ້ສະໝໍ່າສະເໝີ ແຕ່ບໍ່ເຖິງປຽກເກີນໄປ ບໍ່ຄວນໃຫ້ຂາດນ້ຳສະເພາະແມ່ນໄລຍະກຳລັງອອກດອກ.

    ການພວນດິນກຳຈັດວັດສະພືດ: ແມ່ນໃຫ້ເຮັດໃນໄລຍະຕົ້ນຍັງອ່ອນ ແຕ່ຄວນລະວັງບໍ່ໃຫ້ມັນກະທົບກະເທືອນເຖິງລະບົບຮາກ ເມື່ອຕົ້ນໄດ້ອາຍຸ 15 ວັນ ຄວນໃສ່ປຸ໋ຍຢູເຣຍ ຫລື ແອມໂມເນຍຊັນເຟດ ປະມານ 5 ບ່ວງແກງຕໍ່ຂຸມ ປະລິມານຂອງຝຸ່ນທີ່ໃຊ້ແມ່ນຂຶ້ນກັບຄວາມອຸດົມຂອງດິນ.

   ຄຸນປະໂຫຍດຂອງຜັກໄຊ: ທຸກໆພາກສ່ວນຂອງຜັກໄຊແມ່ນມີລົດຊາດຂົມ ຍ້ອນມັນມີສານອາຫານອັລກາລອຍ (alkakoid), ໂມໂຣດີຊິນ (morodicne) ເຊິ່ງສາມາດຢຸດຢັ້ງການຂະຫຍາຍຕົວຂອງໄວຣັສ HIV (ໂລກເອສ). ໝາກສົດ ແລະ ແກ່ນແມ່ນມີປະໂຫຍດຫລາຍກວ່າໃບ ສ່ວນໝາກສຸກນັ້ນມີລົດຊາດຂົມຫລາຍ ແລະ ຈະເປັນທາດເບື່ອຕໍ່ຄົນ ແລະ ສັດໄດ້. ສຳລັບຕົ້ນຂອງຜັກໄຊນັ້ນບັນຈຸທາດໂປເຕຊຽມຫລາຍກວ່າທີ່ມີຢູ່ໃນໝາກກ້ວຍ 3 ເທື່ອ ແລະ ຍັງອຸດົມໄປດ້ວຍວິຕາມິນ A ແລະ C. ນອກຈາກນັ້ນ ມັນຍັງເປັນເຄື່ອງດື່ມທີ່ມີຄຸນຄ່າທາງດ້ານການຢາເຊັ່ນ: ໃຊ້ປິ່ນປົວພະຍາດເບົາຫວານ, ພະຍາດຜິວໜັງ, ປົວອາການໄຂ່ບວມ ແລະ ອາການຕິດເຊື້ອເຊັ່ນ: ພະຍາດເອສ, ພະຍາດຜິວໜັງ, ພະຍາດຕັບອັກເສບ, ໄຂ້ຫວັດໃຫຍ່ ແລະ ພະຍາດອ່ອນຕຸ່ມ, ພະຍາດກະເພາະ ແລະ ພະຍາດລຳໄສ້ອັກເສບ. ສຳລັບແມ່ມານແມ່ນບໍ່ຄວນກິນຜັກນີ້ ເພາະຈະເປັນຜົນກະທົບຕໍ່ລູກໃນທ້ອງ.

    ວິທີ ແລະ ປະລິມານທີ່ນຳໃຊ້ໃນການປິ່ນປົວ: ແກ້ເຈັບຝີ ໃຊ້ໃບແຫ້ງບົດເປັນຜົງປະສົມກັບນ້ຳເຫລົ້າແລ້ວດື່ມ ຫລື ໃຊ້ໃບສົດຕຳແລ້ວຄັ້ນເອົານ້ຳທາບໍລິເວນທີ່ເປັນຝີ ເພື່ອແກ້ອາການບວມ ແລະ ການອັກເສບ. ແກ້ອາການເຈັບແຂ້ວ ໃຊ້ຮາກສົດນຳມາຕຳແລ້ວໄປພອກໃສ່ບາດແຂ້ວ. ປົວແຜໝາກັດ ໃຊ້ໃບສົດເອົາມາຕຳແລ້ວນຳໄປພອກໃສ່ບາດແຜທີ່ຖືກໝາກັດ. ຂ້າພະຍາດໂຕກົມ ໃຊ້ໃບສົດ 120 ກຣາມ ຕຳແລ້ວຄັ້ນເອົາມາດື່ມ. ແກ້ຄັນ ຫລື ພະຍາດຜິວໜັງຕ່າງໆ ເອົາໝາກແຫ້ງບົດເປັນຜົງແລ້ວໂຮ່ຍໃສ່ຕາມບາດແຜ.

Footer Image
error: