ການປູກຜັກກາດຊອມມີ 2 ວິທີຄື: 1. ວິທີປູກແບບຫວ່ານເມັດ, 2 ວິທີປູກແບບໂຮຍເມັດເປັນແຖວ.
- ວິທີປູກແບບຫວ່ານ: ການປູກແບບຫວ່ານເມັດໂດຍກົງ ວິທີນີ້ນິຍົມໃນການປູກແບບເປັນແປງຍາວທີ່ມີລັກສະນະເປັນຫ້ອງນ້ຳກວ້າງ ແລະ ພື້ນທີ່ຄວນມີການກຽມຢ່າງດີ ແລະ ເປັນດິນທີ່ມີຄວາມອຸດົມສົມບູນ ເນື່ອງຈາກເມັດພັນຜັກກາດຊອມມີຂະຫນາດນ້ອຍຫລາຍ ດັ່ງນັ້ນກ່ອນຫວ່ານຄວນປະສົມກັບຊາຍກ່ອນ ໂດຍໃຊ້ເມັດພັນ 1 ສ່ວນປະສົມກັບຊາຍສະອາດ 3 ສ່ວນ ແລ້ວຫວ່ານໃຫ້ກະຈາຍທົ່ວແປງສະໝ່ຳສະເໝີແລ້ວຫວ່ານປຸ໋ຍໃສ່ດອກ ຫລື ປຸ໋ຍມັກ ປະມານ 1\2-1 ຊັງຕີແມັດ ຫລັງຈາກນັ້ນເອົາເຟືອງເຂົ້າມັດໄວ້ບາງໆ ເພື່ອຊ່ວຍເກັບຮັກສາຄວາມຊຸ່ມເຢັນໃນດິນແລ້ວຫົດນ້ຳໃຫ້ຊຸ່ມຫລັງຈາກງອກໄດ້ປະມານ 20 ມື້ ຄວນເຮັດການຖອນ ແລະ ຈັດໃຫ້ມີໄລຍະຫ່າງຕົ້ນ 20-25 ຊັນຕີແມັດ.
- ວິທີປູກແບບໂຮຍເມັດເປັນແຖວ: ການປູກແບບໂຮຍເມັດເປັນແຖວ: ການປູກວິທີນີ້ຫລັງຈາກກຽມດິນແລ້ວຈິ່ງເຮັດຫ້ອງເລິກປະມານ 1.5-2 ເຊັນຕີແມັດໃຫ້ເປັນແຖວໂດຍໃຫ້ໄລຍະຫວ່າງແຖວຫ່າງກັນ 20-25 ເຊັນຕີແມັດ ໃຫ້ເຫລືອຂຸມລະ 1 ຕົ້ນ.
ການບົວລະບັດ ແລະ ຮັກສາ:
ເນື່ອງຈາກຜັກກາດຊ້ອມເປັນຜັກທີ່ຕ້ອງການນ້ຳຫລາຍ ແລະ ມີການຈະເລີນເຕີບໃຫຍ່ຢ່າງໄວວາ ດັ່ງນັ້ນກະເສດຕະກອນຈະຕ້ອງໃຊ້ນ້ຳຢ່າງພຽງພໍ ແລະ ສະໝ່ຳສະເໝີ ຢ່າງນ້ອຍວັນລະ 1 ຄັ້ງ ໂດຍໃຊ້ລະບົບຝົນຟອຍ ຫລື ໃຊ້ສາຍຢາງຕິດຫົວຜັກບົວຢ່າໃຫ້ຜັກກາດຂາດນ້ຳໃນໄລຍະການຈະເລີນເຕີບໃຫຍ່ ເພາະຈະເຮັດໃຫ້ຜັກກາດຊອມຢຸດການເຕີບໃຫຍ່ຂະຫຍາຍ.
ວິທີໃສ່ປຸ໋ຍ:
ເນື່ອງຈາກຜັກກາດຊ້ອມເປັນຜັກກິນໃບ ແລະ ກ້ານ ດັ່ງນັ້ນການໃສ່ປຸ໋ຍຄວນໃຊ້ປຸ໋ຍຍູເຮຍ (46-0-0) ຫລື ແອມໂມເນຍ ອັດຕາ 30 ກິໂລກຣາມຕໍ່ໄຮ່ ເປັນການເລັງການຈະເລີນເຕີບໃຫຍ່ທາງໃບ ແລະ ກ້ານ ໃຫ້ໄວຂຶ້ນ ຫລື ໃຊ້ປຸ໋ຍສູດ 20-11-11 ຫລື ສູດໃກ້ຄຽງ ໃນອັດຕາ 30-50 ກິໂລ ຕໍ່ໄຮ່ ຫລັງ ຈາກໃສ່ປຸ໋ຍທຸກຄັ້ງຄວນມີການຫົດນ້ຳທັນທີຢ່າໃຫ້ປຸ໋ຍຕົກຄ້າງ.