ຊາ ຫລື ກັນຊາ ມີຊື່ວິທະຍາສາດວ່າ: Cannabis indica ເຊິ່ງເປັນຊື່ຂອງພືດລົ້ມລຸກຊະນິດໜຶ່ງ ໂດຍທົ່ວໄປຊາຈະມີລຳຕົ້ນສູງປະມານ 2-5 ຊັງຕີແມັດ ມີອາຍຸປະມານ 6-10 ເດືອນຈຶ່ງຈະຂຶ້ນຫົວເປັນຫົວນົກເຄົ້າ, ເມື່ອໃຫຍ່ເຕັມທີ່ຕົ້ນຊາຈະມີກິ່ງງ່າແຈກອອກແຕ່ 5-9 ງ່າ, ໃບຊາມີລັກສະນະເປັນແຊກ ເລີ່ມແຕ່ 4-7 ແຊກ ເປັນໃບສີຂຽວແກ່ມີລິດບໍ່ຮ້າຍແຮງ ສ່ວນທີ່ມີສານກະຕຸ້ນແມ່ນຢູ່ສ່ວນທີ່ເອີ້ນກັນວ່າ ຫົວນົກເຄົ້າ ຈະມີສານກະຕຸ້ນເຮັດໃຫ້ມີອາລົມດີຜິດປົກກະຕິ ເຮັດໃຫ້ສະຕິຊ້າລົງກວ່າປົກກະຕິ.
ວິທີການກ້າແກ່ນຊາ:
- ກຽມຊາມ ຫລື ຖາດຢາງ ຫລື ກະຕ່າໄມ້ ຫລື ຂຸດດິນໃຫ້ເປັນໜານ.
- ນຳຊາຍຫຍາມລົງໃນຖາດ ຫລື ອື່ນໆ ທີ່ກຽມໄວ້.
- ຫົດນ້ຳໃຫ້ປຽກ.
- ຢາຍແກ່ນຊາລົງໜ້າດິນຊາຍດ້ວຍໄລຍະຫ່າງໆ.
- ຝັກກາບໝາກພ້າວທີ່ຜ່ານການຕົ້ມໃຫ້ມຸ່ນ ຕັດເປັນຕ່ອນໆ ແລະ ມຸ່ນດີ ປົກຫຸ້ມແກ່ນໜາປະມານ 2-3 ຊັງຕີແມັດ.
- ຫົດນ້ຳໃຫ້ຊຸ່ມ.
- ໃຊ້ຜ້າຢາງປົກຫຸ້ມໄວ້ 1 ວັນ 1 ຄືນ ຈຶ່ງເປີດຜ້າອອກ ຕິດຕາມຫົດນ້ຳເຊົ້າ-ແລງ ປະມານ 5-15 ວັນ ກໍຈະເຫັນຕົ້ນອ່ອນເກີດຂຶ້ນມາ.
- ປະໃຫ້ຕົ້ນອ່ອນສູງປະມານ 3-5 ຊັງຕີແມັດ ຈຶ່ງຍ້າຍໄປໃສ່ເບົ້າ.
- ລ້ຽງໄວ້ທີ່ເບົ້າປະມານ 1-2 ອາທິດ ກໍສາມາດນຳລົງໄປປູກໃສ່ດິນໄດ້.
- ຂໍ້ຄວນລະວັງ ໄລຍະກ້າແກ່ນຫ້າມບໍ່ໃຫ້ຖືກແສງແດດ ພາຍຫລັງເປັນຕົ້ນອ່ອນຈຶ່ງຍ້າຍມາໄວ້ບ່ອນທີ່ຖືກແສງແດດໃນຊ່ວງແລງ.